ຂ່າວສານ
ບົດບາດຂອງ ຫວຽດນາມ ແລະ ການຮ່ວມມືຍຸດທະສາດ ລັດເຊຍ ອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ
ລັດເຊຍຕີລາຄາສູງບົດບາດເປັນຂົວເຊື່ອມຕໍ່ມາແຕ່ດົນນານຂອງ ຫວຽດນາມ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຢັ້ງຢືນວ່າສອງປະເທດໄດ້ຮັກສາກົນໄກປະສານສົມທົບຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ ອາຊຽນ ໃຫ້ພັດທະນາເປັນປົກກະຕິ. ນີ້ແມ່ນຂໍ້ສັງເກດຂອງ ທ່ານນາງ Valeria Vershinina ປ.ອ ວິທະຍາສາດການເມືອງ, ຮອງຜູ້ອຳນວຍການສູນອາຊຽນ ທີ່ຂຶ້ນກັບສະຖາບັນການພົວພັນສາກົນ Moskva (MGIMO), ກະຊວງການຕ່າງປະເທດລັດເຊຍ, ເນື່ອງໃນໂອກາດກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ລັດເຊຍ ອາຊຽນ, ທີ່ໄດ້ດຳເນີນແຕ່ວັນທີ 17 – 19 ມິຖຸນາ ຢູ່ນະຄອນ Kazan, ສະຫະພັນ ລັດເຊຍ.
ຕາມນັກຊ່ຽງຊານ ນາງ Valeria Vershinina ແລ້ວ, ມົດສະກູ ແລະ ຮ່າໂນ້ຍແບ່ງປັນທັດສະນະຄ້າຍຄືກັນໃນການປົກປ້ອງບົດບາດເປັນໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນໄວ້ຢ່າງໝັ້ນຄົງ ມຸ່ງໄປເຖິງການສ້າງລະບົບຄວາມໝັ້ນຄົງຢ່າງຮອບດ້ານ, ຍືນຍົງຢູ່ ອາຊີ ປາຊີຟິກ. ຝ່າຍລັດເຊຍ ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ເຂົ້າການພັດທະນາ ຂອງປະຊາຄົມ ອາຊຽນ ແລະ ບົດບາດຕັ້ງໜ້າໃນການຊຸກຍູ້ການຮ່ວມມືລັດເຊຍ ອາຊຽນ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ບັນດາຂໍ້ລິເລີ່ມທີ່ມີລັກສະນະສ້າງສັ້ນຂອງ ຫວຽດນາມຢ່າງສະເໝີຕົ້ນສະເໝີປາຍ ເພື່ອແນໃສ່ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນກຸ່ມ ແລະ ຍົກສູງຄວາມສາມາດໃນການຮັບມືຢ່າງມີໄຫວພິບຂອງອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍດ້ານພູມີສາດການເມືອງໃນປັດຈຸບັນ.






