• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບູລະນະບັນດາຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍ ແລະ ປະຕິຮູບຕຸລາການໃຫ້ສົມບູນແບບ

ການສ້າງລະບອບລະບຽບການກົດໝາຍ ແລະ ອົງການປະຕິບັດກົດໝາຍໃຫ້ສົມບູນແບບ ຕ້ອງເປັນເອກະພາບ, ໃນນັ້ນ, ການປະຕິບັດກົດໝາຍ, ການປະຕິຮູບຕຸລາການບໍ່ອາດຢືນຢູ່ນອກບັນດາໂຄງການສ້າງລະບອບລະບຽບການຂອງກົດໝາຍໃຫ້ສົມບູນແບບ.
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການເຮັດວຽກ)  

ຕອນ​ເຊົ້າ​ວັນ​ທີ 13 ພຶດ​ສະ​ພາ, ຢ​ູ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ກະ​ຊວງ, ຂະ​ແໜງ​ກາ​ນ, ອົງ​ການ​ຈຳ​ນວນ​ໜຶ່ງ ກ່ຽວ​ກັບການ​ຈັດ​ຕັ້ງ, ​ການເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ວຽກ​ງານບູ​ລະ​ນະລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ ແລະ ຄະ​ນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ການປະ​ຕິ​ຮູບ​​​ຕຸ​ລາ​ການ​ໃຫ້​ສົມ​ບູນ​ແບບ.

ກ່າວ​ຄ​ຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ຊີ້​ແຈ້ງວ່າ:

“ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ກົດ​ໝາຍ ແລະ ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ຕ້ອງ​ເປັນ​ເອ​ກະ​ພາບ, ໃນ​ນັ້ນ, ການ​ປະ​ຕິ​ບັດ​ກົດ​ໝາຍ, ການ​ປະ​ຕິ​ຮູບ​ຕຸ​ລາ​ການບໍ່​ອາດຢືນ​ຢູ່ນອກ​ບັນ​ດາ​ໂຄງ​ການ​ສ້າງ​ລະ​ບອ​ບ​ລະ​ບຽບ​ການ​ຂອງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ. ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ກົດ​ໝາຍບໍ່​ພຽງ​ແຕ່​ແມ່ນ​ເຕັກ​ນິກ​ສ້າງ​ກົດ​ໝາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ອົງ​ການ​ປະ​ຕິ​ບັດ, ຄວບ​ຄຸມ​ສິດ, ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດທິ​ພົນ​ລະ​ເມືອງ, ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນິ​ຕິ​ກຳ​ໃຫ້​ມີ​ສະ​ຖຽ​ນ​ລະ​ພາບ, ຈະ​ແຈ້ງ, ປອດ​ໄພ​ໃຫ້​ແກ່​ການ​ພັດ​ທະ​ນາ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຄະ​ນະຊີ້​ນຳ​ໃໝ່ ຕ້ອງ​ແມ່ນລະ​ບອ​ບ​ລະ​ບ​ຽບ​ຊີ້​ນຳ, ນຳ​ພາ, ບໍ​ລິ​ຫານ, ກ​ະ​ຕຸກ​ຊຸກ​ຍູ້, ຕິດ​ຕາມ​ວິ​ໄສ​ທັດ​ຍຸດ​ທະ​ສາດ; ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ, ສະ​ແດງ​ອອກ​ຜ່ານ​ການ​ແກ້​ໄຂ​ບັນ​ດາ​ຈຸດອ​ຸດ​ຕັນ​ດ້ານ​ນິ​ຕິ​ກຳ​ໃຫຍ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສ້າງ​ກົດ​ໝາຍ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ບັດ​ກົດ​ໝາຍ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ການເຂົ້າ​ເຖິງຄວາມ​ຍຸ​ຕິ​ທຳ​ຂອງ​ປະ​ຊາ​ຊົນ, ຂອງວິ​ສາ​ຫະ​ກິດ.

(ແຫຼ່ງຄັດຈາກ VOV)

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.

Top