ຂ່າວສານ
ບຸນປີໃໝ່ລາວຈັດຢູ່ຫວຽດນາມ: ແຜ່ຂະຫຍາຍແລະອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອ
ບັນຍາກາດໜາວໆຂອງຮ່າໂນ້ຍໃນຊຸມວັນຕົ້ນເດືອນເມສາເບິ່ງຄືວ່າເລີ່ມອຸ່ນຂຶ້ນແລະມ່ວນຊື່ນກວ່າປົກກະຕິຍ້ອນມີຫຼາຍກິດຈະກຳຕ້ອນຮັບປີໃໝ່ຂອງບັນດານັກສຶກສາລາວ. ນັກສຶກສາຢູ່ໂຮງຮຽນໃດກໍຫ້າງຫາກະກຽມຈັດບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນ, ພິເສດໃນວັນທ້າຍອາທິດ. ຢູ່ຫໍພັກນັກສຶກສາ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ຮ່າໂນ້ຍກໍເຕັມໄປດ້ວຍສຽງເພງ, ສຽງຮ້ອງໂຮຢ່າງຄຶກຄັກໃນໂອກາດທີ່ພິເສດນີ້. ສາຍທຸງຫາງທີ່ຫຼາກຫຼາຍສີສັນໄດ້ປະດັບປະດາຢູ່ອ້ອມແອ້ມບໍລິເວນຫໍພັກ, ບວກກັບເສື້ອທີ່ມີລວດລາຍງາມຕາຂອງນັກສຶກສາຍິ່ງເຮັດໃຫ້ບັນຍາກາດບຸນປີໃໝ່ລາວມີຄວາມຄຶກຄື້ນມ່ວນຊື່ນຂຶ້ນຕື່ມ. ກຸ່ມໜຶ່ງກະກຽມຂອງກິນ, ກຸ່ມໜຶ່ງກະກຽມເຄື່ອງຂອງຖວາຍໃນພິທີ, ປະດັບປະດາພາຂວັນ, ຜູ້ຈັດໂຕະຈັດຕັ່ງ…ທຸກຢ່າງເຂົາເຈົ້າໄດ້ແບ່ງກັນກະກຽມມາແຕ່ 5 ໂມງເຊົ້າ, ຊ່ຳບໍ່ໜຳບາງອັນກໍໄດ້ກຽມມາກ່ອນໜ້ານັ້ນເປັນເວລາຫຼາຍມື້ເພື່ອຕ້ອນຮັບແຂກທີ່ມາຮ່ວມມ່ວນຊື່ນຕ້ອນຮັບປີໃໝ່. ເພື່ອນສິນທະເລດວົງສາເດັດພວມຮຽນປະລິນຍາໂທປີສຸດທ້າຍມະຫາວິທະຍາໄລເສດຖະກິດແຫ່ງຊາດແບ່ງປັນວ່າ:
ເຄື່ອງຂອງຖວາຍໃນພາຂວັນ ກໍໄດ້ຮັບການກະກຽມຢ່າງຄົບຖ້ວນ, ມີທັງໄຂ່, ໄກ່, ເຂົ້າສານ, ເຫຼົ້າ, ນ້ຳສົງ, ເຂົ້າໜົມ, ເສັ້ນຝ້າຍ, ທຽນເຫຼືອງ, ເຂົ້າໜຽວ... ເພື່ອນ ສີຮັກ ແພງເພງດີ ໄດ້ແບ່ງປັນວ່າ: ຄັນຢູ່ເຮືອນ, ພໍ່ແມ່ ແລະ ຜູ້ເຖົ້າຜູ້ແກ່ຈະເປັນຜູ້ກຽມເຄື່ອງຂອງນີ້. ແຕ່ເມື່ອມາຮຽນຢູ່ ຫວຽດນາມ, ທຸກຢ່າງພວກຂ້າພະເຈົ້າຕ້ອງກຽມເອງໝົດ. ເຖິງວ່າທຳອິດກໍ່ຍັງສັບສົນຢູ່, ແຕ່ພວກລຸ້ນອ້າຍລຸ້ນເອື້ອຍໄດ້ແນະນຳໃຫ້ເຮັດ, ຄ່ອຍເປັນຄ່ອຍໄປ, ພວກຂ້າພະເຈົ້າກໍສາມາດຈັດບຸນປີໃໝ່ລາວ ຢູ່ ຫວຽດນາມ ໄດ້ເກືອບຄົບທຸກພິທີຄືກັບຢູ່ບ້ານ.
“ນ້ອງມັກຫຼາຍ. ນ້ອງເຫັນວ່າ ບຸນປີໃໝ່ລາວມີຫຼາຍອັນແຕກຕ່າງກັບບຸນປີໃໝ່ປະຈຳຊາດ ຫວຽດນາມ. ມີຫຼາກຫຼາຍສີສັນ ແລະ ສົດໃສ, ຈັບໃຈທີ່ສຸດແມ່ນພິທີບາສີສູ່ຂວັນ ແລະ ມັດແຂນ. ເຖິງວ່າມີຈຸດແຕກຕ່າງກັນ, ແຕ່ສອງປະເທດກໍມີຫຼາຍຈຸດທີ່ຄ້າຍຄືກັນ ເຊິ່ງພໍເຫັນແລ້ວນ້ອງກໍສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ. ເຖິງຢ່າງໃດກໍຕາມ, ສິ່ງທີ່ນ້ອງປະທັບໃຈທີ່ສຸດແມ່ນໃນພິທີບາສີສູ່ຂວັນ ທຸກຄົນນັ່ງເຕົ້າໂຮມກັນອ້ອມພາຂວັນ ແລ້ວໄດ້ເຊື່ອມຕໍ່ກັນດ້ວຍເສັ້ນຝ້າຍ, ເໝືອນດັ່ງການຜູກພັນຄວາມສາມັກຄີ, ພ້ອມກັນອວຍພອນ ແລະ ແຜ່ຂະຫຍາຍສິ່ງທີ່ດີງາມຕໍ່ກັນ.”
“ນ້ອງເຫັນວ່າ ບັນຍາກາດບຸນປີໃໝ່ລາວ ມ່ວນ ແລະ ຄຶກຄັກຫຼາຍ, ເຂົາເຈົ້າກໍຕ້ອນຮັບພວກນ້ອງຢ່າງສະໜິດສະໜົມ. ໃນບຸນປີໃໝ່ລາວ ໄດ້ດຳເນີນຫຼາຍພິທີກຳທີ່ມີຄວາມໝາຍ ແລະ ເປັນສິ່ງທີ່ແປກໃໝ່ສຳລັບນ້ອງ. ບັນດາເພື່ອນຄົນລາວໄດ້ມັດແຂນໃຫ້ນ້ອງ ແລະ ມີຄຳອວຍພອນອັນດີງາມໃຫ້ນ້ອງ. ນ້ອງເຫັນວ່າ ມ່ວນ ແລະ ຈັບໃຈຫຼາຍ, ແນ່ນອນວ່າ ປີໜ້ານ້ອງຈະເຂົ້າຮ່ວມອີກ ເພື່ອໃຫ້ເຂົ້າໃຈວັດທະນະທຳຂອງປະເທດເພື່ອນບ້ານຫຼາຍກວ່າອີກ.
ໂດຍເຊື່ອມຕົວເຂົ້າກັບບັນຍາກາດທີ່ສັກສິດຂອງພິທີບາສີສູ່ຂວັນຊຶ່ງມີເກືອບ 100 ຄົນເຂົ້າຮ່ວມ ແລະ ບັນຍາກາດເບີກບານມ່ວນຊື່ນ, ສາມັກຄີຂອງວາດຟ້ອນລຳວົງ ແລະ ຫົດນ້ຳ, ຄວາມຮູ້ສຶກເຂີນອາຍ ແລະ ບໍ່ກ້າຂອງນັກສຶກສາ ຫວຽດນາມ ໃນເບື້ອງຕົ້ນກໍຄ່ອຍໆຈາງຫາຍໄປ. ເຂົາເຈົ້າກໍພ້ອມກັນຮ້ອງໂຮຢ່າງຄຶກຄື້ນມ່ວນຊື່ນ ແລະ ຮູ້ສຶກອົບອຸ່ນເມື່ອໄດ້ຮັບຄຳອວຍພອນຈາກຄູອາຈານ, ໝູ່ເພື່ອນແລະ ຄວາມຮັກແພງຍິ່ງໜຽວແໜ້ນ. ບຸນປີໃໝ່ ບໍ່ພຽງແຕ່ແມ່ນງານບຸນຂອງສະເພາະຄົນລາວກັບຄົນລາວເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ວັດທະນະທຳລາວ ໄດ້ແຜ່ຂະຫຍາຍ ແລະ ນ້ຳໃຈສາມັກຄີ ຫວຽດນາມ - ລາວ ອ້າຍນ້ອງເຂັ້ມຂຸ້ນຂຶ້ນຕື່ມ./.