ຂ່າວສານ

ບຸນ​ປີ​ໃໝ່​ລາວຈັດ​​ຢູ່ຫວຽດ​ນາມ: ແຜ່​ຂະ​ຫຍາຍແລະອະ​ນຸ​ລັ​ກ​ຮັກ​ສາ​ວັດ​ທ​ະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ

“ຟົດຟື້ນ, ມ່ວນຊື່ນແລະ ໜຸ່ມແໜ້ນ” ແມ່ນບັນດາຄຳຄຸນນາມເຊິ່ງພວກຂ້າພະເຈົ້າໄດ້ຍິນຫຼາຍທີ່ສຸດເມື່ອຖາມກ່ຽວກັບຄວາມຮູ້ສຶກຂອງຄົນຫວຽດນາມທີ່ມີຕໍ່ກັບບັນຍາກາດບຸນປີໃໝ່ລາວ. ຖ້າໄປຢ້ຽມຢາມມະຫາວິທະຍາໄລແຫ່ງຕ່າງໆຢູ່ຮ່າໂນ້ຍທີ່ມີນັກສຶກສາລາວພວມຮ່ຳຮຽນຢູ່ໃນຊຸມວັນນີ້ພວກຂ້າພະເຈົ້າກໍສາມາດສຳຜັດໄດ້ເຖິງບັນຍາກາດດັ່ງກ່າວ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວສະແດງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດຜ່ານການອະນຸລັກຮັກສາສີສັນວັດທະນະທຳຂອງຊາດຕົນເທົ່ານັ້ນຫາກຍັງແມ່ນໂອກາດເພື່ອໂຄສະນາເຜີຍແຜ່ວັດທະນະທຳລາວສູ່ເພື່ອນມິດສາກົນອີກດ້ວຍ.

 

   ນ້ອງໆພາກັນກຽມອາຫານ  

ບັນຍາກາດໜາວໆຂອງຮ່າໂນ້ຍໃນຊຸມວັນຕົ້ນເດືອນເມສາເບິ່ງຄືວ່າເລີ່ມອຸ່ນຂຶ້ນແລະມ່ວນຊື່ນກວ່າປົກກະຕິຍ້ອນມີຫຼາຍກິດຈະກຳຕ້ອນຮັບປີໃໝ່ຂອງບັນດານັກສຶກສາລາວນັກສຶກສາຢູໂຮງຮຽນໃດກໍຫ້າງຫາກະກຽມຈັດບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນພິເສດໃນວັນທ້າຍອາທິດຢູ່ຫໍພັກນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍກໍເຕັມໄປດ້ວຍສຽງເພງຽງຮ້ອງໂຮຢ່າງຄຶກຄັກໃນໂອກາດທີ່ພິເສດນີ້ສາຍທຸງຫາງທີ່ຫຼາກຫຼາຍສີສັນໄດ້ປະດັບປະດາຢູ່ອ້ອມແອ້ມບໍລິເວນຫໍພັກບວກກັບເສື້ອທີ່ມີລວດລາຍງາມຕາຂອງນັກສຶກສາຍິ່ງເຮັດໃຫ້ບັນຍາກາດບຸນປີໃໝ່ລາວມີຄວາມຄຶກຄື້ນມ່ວນຊື່ນຂຶ້ນຕື່ມຸ່ມໜຶ່ງກະກຽມຂອງກິນກຸ່ມໜຶ່ງກະກຽມເຄື່ອງຂອງຖວາຍໃນພິທີປະດັບປະດາພາຂວັນຜູ້ຈັດໂຕະຈັດຕັ່ງທຸກຢ່າງເຂົາເຈົ້າໄດ້ແບ່ງກັນກະກຽມມາແຕ່ 5 ໂມງເຊົ້າຊ່ຳບໍ່ໜຳບາງອັນກໍໄດ້ກຽມມາກ່ອນໜ້ານັ້ນເປັນເວລາຫຼາຍມື້ເພື່ອຕ້ອນຮັບແຂກທີ່ມາຮ່ວມມ່ວນຊື່ນຕ້ອນຮັບປີໃໝ່ເພື່ອນສິນທະເລດວົງສາເດັດພວມຮຽນປະລິນຍາໂທປີສຸດທ້າຍມະຫາວິທະຍາໄລເສດຖະກິດແຫ່ງຊາດແບ່ງປັນວ່າ:

 

 

   ພິທີບາສີສູ່ຂວັນ  

      ເຄື່ອງຂອງຖວາຍໃນພາຂວັນ ກໍໄດ້ຮັບການກະກຽມຢ່າງຄົບຖ້ວນ, ມີທັງໄຂ່, ໄກ່, ເຂົ້າສານ, ເຫຼົ້າ, ນ້ຳສົງ, ເຂົ້າໜົມ, ເສັ້ນຝ້າຍ, ທຽນເຫຼືອງ, ເຂົ້າໜຽວ... ເພື່ອນ ສີຮັກ ແພງເພງດີ ໄດ້ແບ່ງປັນວ່າ: ຄັນຢູ່ເຮືອນ, ພໍ່ແມ່ ແລະ ຜູ້ເຖົ້າຜູ້ແກ່ຈະເປັນຜູ້ກຽມເຄື່ອງຂອງນີ້. ແຕ່ເມື່ອມາຮຽນຢູ່ ຫວຽດນາມ, ທຸກຢ່າງພວກຂ້າພະເຈົ້າຕ້ອງກຽມເອງໝົດ. ເຖິງວ່າທຳອິດກໍ່ຍັງສັບສົນຢູ່, ແຕ່ພວກລຸ້ນອ້າຍລຸ້ນເອື້ອຍໄດ້ແນະນຳໃຫ້ເຮັດ, ຄ່ອຍເປັນຄ່ອຍໄປ, ພວກຂ້າພະເຈົ້າກໍສາມາດຈັດບຸນປີໃໝ່ລາວ ຢູ່ ຫວຽດນາມ ໄດ້ເກືອບຄົບທຸກພິທີຄືກັບຢູ່ບ້ານ.

 

ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນວັດທະນະທໍາ
ນັກສຶກສາລາວແຕ່ລະຄົນ ຈະໄດ້ເຊີນໝູ່ເພື່ອນຊາວຕ່າງປະເທດຜູ້ໜຶ່ງມາເຂົ້າຮ່ວມບຸນປີໃໝ່ ດ້ວຍຄວາມປາດຖະໜາຢາກແຜ່ຂະຫຍາຍວັດທະນະທຳ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ສ້າງຄວາມຜູກພັນກັນຢ່າງໜຽວແໜ້ນ. ເຈິ່ນເຕ້ວເຕິມ ແລະ ຫງວຽນລິງຈີ ເປັນເພື່ອນຂອງ ອາລິດ ໄຊປັນຍາ ເຊິ່ງລ້ວນແຕ່ເປັນນັກສຶກສາປີທີໜຶ່ງຂອງມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ເຂົ້າຮ່ວມບຸນປີໃໝ່ແຕ່ເຊົ້າ. ເຂົາເຈົ້າຮູ້ສຶກປະຫລາດໃຈ ແລະ ຢາກຮູ້ຄວາມໝາຍຂອງເຄື່ອງຂອງຖວາຍບູຊາໃນພາຂວັນທີ່ໄດ້ຕັ້ງຢູ່ໃຈກາງເວທີ. ເພາະວ່າ ກ່ອນໜ້ານັ້ນ ສຳລັບເຂົາເຈົ້າແລ້ວ ບຸນປີໃໝ່ລາວ ຈະມີແຕ່ການຫົດສົງນ້ຳຊື່ໆເທົ່ານັ້ນ. ຍ້ອນມີການອະທິບາຍຢ່າງລະອຽດຂອງ ອາລິດ ພ້ອມກັບການສຳຜັດແບບປະຈັກຕາ, ທຸກຂໍ້ຂ້ອງໃຈຂອງ ເຕິມ ແລະ ຈີ ລ້ວນແຕ່ໄດ້ຮັບຄຳຕອບ. ເຕິມ ແລະ ຈີ ແບ່ງປັນດ້ວຍຄວາມປິຕິຊົມຊື່ນວ່າ:

“ນ້ອງມັກຫຼາຍ. ນ້ອງເຫັນວ່າ ບຸນປີໃໝ່ລາວມີຫຼາຍອັນແຕກຕ່າງກັບບຸນປີໃໝ່ປະຈຳຊາດ ຫວຽດນາມ. ມີຫຼາກຫຼາຍສີສັນ ແລະ ສົດໃສ, ຈັບໃຈທີ່ສຸດແມ່ນພິທີບາສີສູ່ຂວັນ ແລະ ມັດແຂນ. ເຖິງວ່າມີຈຸດແຕກຕ່າງກັນ, ແຕ່ສອງປະເທດກໍມີຫຼາຍຈຸດທີ່ຄ້າຍຄືກັນ ເຊິ່ງພໍເຫັນແລ້ວນ້ອງກໍສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ. ເຖິງຢ່າງໃດກໍຕາມ, ສິ່ງທີ່ນ້ອງປະທັບໃຈທີ່ສຸດແມ່ນໃນພິທີບາສີສູ່ຂວັນ ທຸກຄົນນັ່ງເຕົ້າໂຮມກັນອ້ອມພາຂວັນ ແລ້ວໄດ້ເຊື່ອມຕໍ່ກັນດ້ວຍເສັ້ນຝ້າຍ, ເໝືອນດັ່ງການຜູກພັນຄວາມສາມັກຄີ, ພ້ອມກັນອວຍພອນ ແລະ ແຜ່ຂະຫຍາຍສິ່ງທີ່ດີງາມຕໍ່ກັນ.”

“ນ້ອງເຫັນວ່າ ບັນຍາກາດບຸນປີໃໝ່ລາວ ມ່ວນ ແລະ ຄຶກຄັກຫຼາຍ, ເຂົາເຈົ້າກໍຕ້ອນຮັບພວກນ້ອງຢ່າງສະໜິດສະໜົມ. ໃນບຸນປີໃໝ່ລາວ ໄດ້ດຳເນີນຫຼາຍພິທີກຳທີ່ມີຄວາມໝາຍ ແລະ ເປັນສິ່ງທີ່ແປກໃໝ່ສຳລັບນ້ອງ. ບັນດາເພື່ອນຄົນລາວໄດ້ມັດແຂນໃຫ້ນ້ອງ ແລະ ມີຄຳອວຍພອນອັນດີງາມໃຫ້ນ້ອງ. ນ້ອງເຫັນວ່າ ມ່ວນ ແລະ ຈັບໃຈຫຼາຍ, ແນ່ນອນວ່າ ປີໜ້ານ້ອງຈະເຂົ້າຮ່ວມອີກ ເພື່ອໃຫ້ເຂົ້າໃຈວັດທະນະທຳຂອງປະເທດເພື່ອນບ້ານຫຼາຍກວ່າອີກ.

ນັກສຶສາ ຫວຽດນາມ ແລະ ລາວ ພ້ອມກັນມ່ວນຊື່ນກັບການຟ້ອນລໍາວົງສາມັກຄີ

ໂດຍເຊື່ອມຕົວເຂົ້າກັບບັນຍາກາດທີ່ສັກສິດຂອງພິທີບາສີສູ່ຂວັນຊຶ່ງມີເກືອບ 100 ຄົນເຂົ້າຮ່ວມ ແລະ ບັນຍາກາດເບີກບານມ່ວນຊື່ນ, ສາມັກຄີຂອງວາດຟ້ອນລຳວົງ ແລະ ຫົດນ້ຳ, ຄວາມຮູ້ສຶກເຂີນອາຍ ແລະ ບໍ່ກ້າຂອງນັກສຶກສາ ຫວຽດນາມ ໃນເບື້ອງຕົ້ນກໍຄ່ອຍໆຈາງຫາຍໄປ. ເຂົາເຈົ້າກໍພ້ອມກັນຮ້ອງໂຮຢ່າງຄຶກຄື້ນມ່ວນຊື່ນ ແລະ ຮູ້ສຶກອົບອຸ່ນເມື່ອໄດ້ຮັບຄຳອວຍພອນຈາກຄູອາຈານ, ໝູ່ເພື່ອນແລະ ຄວາມຮັກແພງຍິ່ງໜຽວແໜ້ນ. ບຸນປີໃໝ່ ບໍ່ພຽງແຕ່ແມ່ນງານບຸນຂອງສະເພາະຄົນລາວກັບຄົນລາວເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ວັດທະນະທຳລາວ ໄດ້ແຜ່ຂະຫຍາຍ ແລະ ນ້ຳໃຈສາມັກຄີ ຫວຽດນາມ - ລາວ ອ້າຍນ້ອງເຂັ້ມຂຸ້ນຂຶ້ນຕື່ມ./.


top