• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນເຕັດປີມະເມຍ 2026: ການທ່ອງທ່ຽວມີສັນຍານທີີ່ດີ, ຕ້ອນຮັບແຂກທ່ອງທ່ຽວ 14 ລ້ານຄົນ

ບັນດາສັນຍານເພີ່ມຂຶ້ນຍາມຕົ້ນລະດູບານໃໝ່ໄດ້ຮັບຄວາມຫວັງມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 150 ລ້ານເທື່ອຄົນໃນປີ 2026.
  (ນະຄອນ ໂຮ່ຈີມິນ ຕ້ອນຮັບແຂກທ່ອງທ່ຽວປະມານ 170.000 ເທື່ອຄົນ (ເພີ່ມຂຶ້ນ 51,7%)  

ຕາມການຄາດຄະເນຂອງກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແລ້ວ, ໃນ 9 ມື້ພັກບຸນເຕັດປີມະເມຍ 2026, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວປະມານ 14 ລ້ານເທື່ອຄົນ. ຕົວເລກນີ້ໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025, ສ້າງຂີດໝາຍເຕີບໂຕໃນຂອບເຂດທົ່ວປະເທດ.

        ຢູ່ຫຼາຍທ້ອງຖິ່ນຈຸດສຸມ, ຈຳນວນແຂກທ່ອງທ່ຽວສາກົນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນນັ້ນ, ດ່ານັ້ງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 510.000 ເທື່ອຄົນ (ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025); ເຫ້ວ ຕ້ອນຮັບແຂກທ່ອງທ່ຽວປະມານ 238.200 ເທື່ອຄົນ (ເພີ່ມຂຶ້ນ 207%); ຮ່າໂນ້ຍ ຕ້ອນຮັບ 217.000 ເທື່ອຄົນ (ເພີ່ມຂຶ້ນ 55%); ນະຄອນ ໂຮ່ຈີມິນ ຕ້ອນຮັບປະມານ 170.000 ເທື່ອຄົນ (ເພີ່ມຂຶ້ນ 51,7%). ບັນດາສັນຍານເພີ່ມຂຶ້ນຍາມຕົ້ນລະດູບານໃໝ່ໄດ້ຮັບຄວາມຫວັງມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 150 ລ້ານເທື່ອຄົນໃນປີ 2026.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ

ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ

Top