• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນປີໃໝ່ປະເພນີຂອງ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021 ຢູ່ນະຄອນ ໂຮ່ຈີມິນ

      ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ພ້ອມດ້ວຍຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021, ເນື່ອງໃນໂອກາດບຸນປີໃໝ່ - ຈອນຈານຳເທີໄມ ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, Thing – yang ຂອງ ມຽນມາ ແລະ ບຸນສົ່ງການຂອງ ໄທ.
ພິທີສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 14 ເມສາ (ພາບ: TTXVN)
      ຕອນເຊົ້າວັນທີ 14 ເມສາ, ຢູ່ວັດ ໂຝມິນ, ເມືອງ ຢໍເວິບ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ພ້ອມດ້ວຍຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021, ເນື່ອງໃນໂອກາດບຸນປີໃໝ່ - ຈອນຈານຳເທີໄມ ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, Thing – yang ຂອງ ມຽນມາ ແລະ ບຸນສົ່ງການຂອງ ໄທ. ພິທີດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ກັບບັນດາປະເທດເວົ້າສະເພາະ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງ ໃຫ້ແກ່ວິວັດການສ້າງສາ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດ. ຫວຽດນາມ - ກຳປູເຈຍ - ລາວ - ມຽນມາ - ໄທ ໄດ້ມີການຮ່ວມມື, ຊ່ວຍເຫຼືອກັນຫຼາຍຢ່າງໃນຫຼາຍປີຜ່ານມາ. ປະຊາຊົນ 5 ປະເທດ ພວມພ້ອມກັນສູ້ຊົນສ້າງປະຊາຄົມ ອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)


 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top