• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຳລຸງສ້າງອາຊີບຈຸດສຸມຕາມມາດຕະຖານສາກົນ

      ປະຈຸບັນ, ຫວຽດນາມ ພວມບຳລຸງສ້າງ 22 ອາຊີບຕາມມາດຕະຖານສາກົນຢູ່ 45 ໂຮງຮຽນວິຊາຊີບຂັ້ນສູງໃນທົ່ວປະເທດ ດ້ວຍຍອດຈຳນວນນັກສຶກສາທັງໝົດແມ່ນ 1.056 ຄົນ. ຫຼັກສູດບຳລຸງສ້າງດັ່ງກ່າວ ໄດ້ປະຕິບັດຕາມແຜນການບຳລຸງສ້າງອາຊີບຈຸດສຸມສາກົນຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເຊິ່ງໄດ້ເລີ່ມປະຕິບັດມາແຕ່ປີ 2019.


ຫວຽດນາມ ພວມບຳລຸງສ້າງ 22 ອາຊີບຕາມມາດຕະຖານສາກົນຢູ່ 45 ໂຮງຮຽນວິຊາຊີບຂັ້ນສູງໃນທົ່ວປະເທດ  (ພາບປະກອບ / hanoimoi)
      ໃນປີ 2019, ບັນດາໂຮງຮຽນວິຊາຊີບຊັ້ນສູງ ໄດ້ຜັນຂະຫຍາຍການບຳລຸງສ້າງອາຊີບລະດັບຊັ້ນສູງຕາມ 22 ຫຼັກສູດ ໂດຍ ເຢຍລະມັນ ຖ່າຍທອດໃຫ້. ເພື່ອສືບຕໍ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຮັບປະກັນໃຫ້ມີກຳລັງແກ່ງແຍ້ງຢ່າງພຽງພໍກັບແຫຼ່ງແຮງງານໃນ ອາຊຽນ ແລະ ໃນໂລກ, ນັບແຕ່ປີ 2020 ເປັນຕົ້ນໄປ ຈະບຳລຸງສ້າງຢ່າງກ້ວາງຂວາງຕາມ 12 ຫຼັກສູດທີ່ໄດ້ຮັບການຖ່າຍທອດຈາກ ອົດສະຕາລີ ແລະ 22 ຫຼັກສູດຈາກ ເຢຍລະມັນ.
        ທ່ານ ຟູງຊວັນຍະ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ: ທາງກະຊວງໄດ້ຂຶ້ນແຜນສ້າງວິທີການບຳລຸງສ້າງຕິດພັນພຶດຕິກຳຕົວຈິງກັບທິດສະດີ. ໄປຄຽງຄູ່ກັນນັ້ນ, ກະຊວງສຶກສາ ແລະ ບຳລຸງສ້າງກໍ່ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ເພື່ອສັບຊ້ອນບັນດາຮາກຖານບຳລຸງສ້າງຄືນໃໝ່ ຕາມທິດຫັນເປັນມາດຕະຖານ. ກະຊວງຈະສົ່ງເສີມບັນດາແຫຼ່ງກຳລັງໃນສັງຄົມ ເພື່ອໃຫ້ວິສາຫະກິດສາມາດເຂົ້າຮ່ວມການບຳລຸງສ້າງ, ສ້າງລະບົບໝູນວຽນລະຫວ່າງຜູ້ຖືກບຳລຸງສ້າງ, ຜູ້ນຳໃຊ້, ໜູນຊ່ວຍເຊິ່ງກັນແລະກັນ ຕາມຂັ້ນຕອນການດັດປັບ. ທ່ານ ຟູງຊວັນຍະ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ:
ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ພ້ອມກັບບັນດາກະຊວງ, ຂະແໜງການ, ບັນດາຮາກຖານບຳລຸງສ້າງ, ສະຫະສະມາຄົມ, ວິສາຫະກິດ ປະກອບຄຳເຫັນ ເພື່ອກຳນົດທິດຫຼັກສູດບຳລຸງສ້າງ ເພື່ອສ້າງກຳລັງໜູນໃຫ້ແກ່ນັກສຶກສາ ແລະ ມີບັນດາແຫຼ່ງກຳລັງເຂົ້າຮ່ວມຕື່ມອີກ. ຈາກນັ້ນ ກ້າວໄປເຖິງການກວດກາ ເພື່ອຫັນຫຼັກສູດການບຳລຸງສ້າງໄປຕາມທິດມາດຕະຖານສາກົນ, ຫຼີກລ້ຽງສະພາບການບໍ່ຮັບຮອງເຊິ່ງກັນແລະກັນ.”
ເພື່ອຕອບສະໜອງຄວາມຕ້ອງການບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງຕາມມາດຕະຖານສາກົນ, ເໝາະສົມກັບລະດັບຄວາມຮູ້ຂອງບັນດາປະເທດພາຍໃນພາກພື້ນ ແລະ ໃນໂລກ, ກົມໃຫຍ່ການສຶກສາອາຊີບ ຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດແຜນການ “ຖ່າຍທອດບັນດາຫຼັກສູດ; ບຳລຸງສ້າງ, ຝຶກອົບຮົມໃຫ້ຄູອາຈານ ແລະ ພະນັກງານຄຸ້ມຄອງການສອນອາຊີບ; ການບຳລຸງສ້າງທົດລອງບັນດາອາຊີບຈຸດສຸມລະດັບພາກພື້ນ ອາຊຽນ, ສາກົນ” ຂອງນາຍົກລັດຖະມົນຕີ.

ຄາດວ່າ ຮອດປີ 2030 ຈະມີຊາວຜູ້ອອກແຮງງານປະມານ 6 ລ້ານຄົນມີຄວາມຕ້ອງການຢາກບຳລຸງສ້າງອາຊີບກະສິກຳ (ພາບ: baodansinh.vn )
      ປະຈຸບັນ, ຈຳນວນຜູ້ອອກແຮງງານໃນຂົງເຂດກະສິກຳກວມເອົາກ່ວາ 67% ຍອດຈຳນວນແຮງງານທົ່ວປະເທດ. ແຕ່ລະປີ, ຄາດໝາຍສ້າງວຽກເຮັດງານທຳໃໝ່ ໃຫ້ກຳລັງແຮງງານຢູ່ຊົນນະບົດສະເລ່ຍແມ່ນເພີ່ມຂຶ້ນແຕ່ 4 – 5%. ເຖິງຢ່າງໃດກໍ່ຕາມ, ວຽກງານບຳລຸງສ້າງອາຊີບຢູ່ບາງບ່ອນໃນໄລຍະຜ່ານມາ ຍັງບໍ່ທັນຕິດແທດກັບສະພາບຕົວຈິງໃນການຜະລິດກະສິກຳ. ທ່ານ ດ່າວວັນຕ໊ຽນ, ຫົວໜ້າກົມບຳລຸງສ້າງປະຈຳ, ກົມໃຫຍ່ການສຶກສາອາຊີບ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
 “ການບຳລຸງສ້າງຕ້ອງຕິດພັນກັບການກຳເນີດ ແລະ ເຕີບໃຫຍ່. ໝາຍຄວາມວ່າ ຈະຮຽນກ່ຽວກັບເນື້ອໃນຫຍັງແດ່ ແລະ ນຳໃຊ້ໄດ້ໃນທັນທີ. ຈັດຕັ້ງການບຳລຸງສ້າງໂດຍກົງຢູ່ບ່ອນເຮັດວຽກ, ບ່ອນຜະລິດ. ຕົວຢ່າງຄືໃນການຜະລິດກະສິກຳ, ຂັ້ນຕອນພູນດິນ ນັ້ນຕ້ອງແນະນຳກ່ຽວກັບການພູນດິນ, ຂັ້ນຕອນການກ້າແນວພັນກໍ່ແນະນຳພຽງແຕ່ແນວພັນເທົ່ານັ້ນ ຫລັງຈາກນັ້ນ ໃຫ້ເຂົາເຈົ້າລົງມືເຮັດເອງ.”
ຈາກສະພາບຕົວຈິງນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສ້າງແຜນການບຳລຸງສ້າງອາຊີບກະສິກຳໃຫ້ແກ່ແຮງງານຊົນນະບົດປະຕິບັດບັນດາລາຍການ, ໂຄງການຈຸດສຸມໃນໄລຍະ 2021 – 2030 ດ້ວຍເນື້ອໃນທີ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງກ່ຽວກັບການຜະລິດກະສິກຳ, ພິເສດແມ່ນໃຫ້ບຸລິມະສິດບັນດາຫຼັກສູດບຳລຸງສ້າງກ່ຽວກັບ startup, ກະສິກຳເຕັກໂນໂລຊີສູງ ແລະ ກະສິກຳດີຈີຕອນ. ທ່ານ ເຈິ່ນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ:
ກຳນົດທິດໃຫ້ແກ່ໄລຍະຫລັງປີ 2020, ພວກຂ້າພະເຈົ້າຢາກຮັບເອົາຄຳເຫັນຈາກບັນດານັກວິທະຍາສາດ, ບັນດາອົງການຈັດຕັ້ງສາກົນ ເພື່ອກຳນົດທິດໃຫ້ຫຼັກສູດບຳລຸງສ້າງ. ໄປຄຽງຄູ່ກັນນັ້ນ ຕໍ່ໜ້າຄວາມກົດດັນຂອງຕະຫລາດໂລກ, ພິເສດແມ່ນການປະຕິບັດບັນດາສັນຍາການຄ້າ ຮຽກຮ້ອງຄຸນນະພາບຂອງຜະລິດຕະພັນຄືແນວໃດ ແລະ ສ້າງໂຄງປະກອບອາຊີບກະສິກຳຄືນໃໝ່ຄືແນວໃດ. ປະຕິບັດໃຫ້ຖືກຕ້ອງຕາມການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ເພື່ອຍົກສູງຄຸນຄ່າ  ແລະ ນີ້ແມ່ນຜົນກະທົບຢ່າງໃຫຍ່ຫລວງຕໍ່ການບຳລຸງກໍ່ສ້າງອາຊີບໃນໄລຍະຈະມາເຖິງ. ”
ຄາດວ່າ ຮອດປີ 2030 ຈະມີຊາວຜູ້ອອກແຮງງານປະມານ 6 ລ້ານຄົນມີຄວາມຕ້ອງການຢາກບຳລຸງສ້າງອາຊີບກະສິກຳ. ສະນັ້ນ, ການເພີ່ມທະວີການຮ່ວມມືໃນວຽກງານບຳລຸງສ້າງອາຊີບ, ພິເສດແມ່ນບຳລຸງສ້າງອາຊີບໃຫ້ແກ່ແຮງງານທີ່ຢູ່ເຂດຊົນນະບົດ ຈະປະກອບສ່ວນຍົກສູງຄຸນນະພາບຜະລິດຕະພັນກະສິກຳ ແລະ ຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ແກ້ໄຂຈຳນວນແຮງງານໜຸ່ມວ່າງງານໄດ້ເປັນຢ່າງດີກ່ວາ./.
(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top