• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຳລຸງສ້າງວິຊາຊີບໃຫ້ແກ່ຊາວໜຸ່ມ ເພື່ອຍົກສູງສະມັດຕະພາບໃນການອອກແຮງງານ

ຕອນເຊົ້າວັນທີ 30 ມີນາ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການວັດທະນະທຳ, ສຶກສາ ຂອງສະພາແຫ່ງຊາດ ໄດ້ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຈັດຕັ້ງເວທີປາໄສຊາວໜຸ່ມປີ 2022 ດ້ວຍຫົວຂໍ້ “ບຳລຸງສ້າງວິຊາຊີບໃຫ້ແກ່ຊາວໜຸ່ມ”.
  ເວທີປາໄສຊາວໜຸ່ມປີ 2022 ດ້ວຍຫົວຂໍ້ “ບຳລຸງສ້າງວິຊາຊີບໃຫ້ແກ່ຊາວໜຸ່ມ” (ພາບ: TTXVN)  

 ໂດຍເປັນປະທານເວທີປາໄສ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສະເໜີໃຫ້ ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຄົ້ນຄ້ວາ ແລະ ມີມາດຕະການຢ່າງມີປະສິດທິຜົນເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສະມັດຕະພາບໃນການອອກແຮງງານ, ຊຸກຍູ້ການເຕີບໂຕເສດຖະກິດ, ກຳລັງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ທ່ານກ່າວວ່າ:

ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແລະ ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍປະຕິບັດ ແລະ ຕິດຕາມກວດກາການປະຕິບັດກ່ຽວກັບການບຳລຸງສ້າງວິຊາຊີບແກ່ຊາວໜຸ່ມໃຫ້ເປັນຢ່າງດີ,ພ້ອມທັງຄົ້ນຄ້ວາ, ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ ປະກາດໃຊ້ມາດຕະການແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ມີບັນດານະໂຍບາຍບຸກທະລຸ ເພື່ອຍູ້ແຮງການບຳລຸງສ້າງວິຊາຊີບ ໃຫ້ແກ່ຊາວໜຸ່ມ, ຕິດພັນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຕີລາຄາ, ເຮັດແຈ້ງຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ຕໍ່ວຽກງານບຳລຸງສ້າງວິຊາຊີບ ແລະ ອະນາຄົດຂອງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ຂໍ້ມູນນະໂຍບາຍ, ບົດຮຽນປະສົບການຂອງກະຊວງ, ຂະແໜງການ, ທ້ອງຖິ່ນ, ໜ່ວຍງານຕ່າງໆເພື່ອແນໃສ່ເບິ່ງແຍງດູແລ, ໜູນຊ່ວຍຊາວໜຸ່ມໃນການບຳລຸງສ້າງວິຊາຊີບ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ.


(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top