• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບານເຕະຊາຍ, ບານເຕະຍິງສືບຕໍ່ແຂ່ງຂັນໃນຮອບຄັດເລືອກ

ທິມບານເຕະຊາຍ U23 ມຽນມາ ຍືນອັນດັບທີ 1 ໃນສາຍ A ດ້ວຍ 6 ຄະແນນ ພາຍຫຼັງຍາດໄດ້ໄຊຊະນະໃນການແຂ່ງຂັນ 2 ນັດ.
  ທິມບານເຕະຊາຍ U23 ມຽນມາ ໄດ້ເອົາຊະນະຕໍ່ທິມບານເຕະ U23 ຟີລິບປິນ 3 ປະຕູຕໍ່ 2 (ພາບ: TTXVN)  

 ພາຍຫຼັງແຂ່ງຂັນມາຫຼາຍນັດເຊິ່ງດຳເນີນໃນຕອນບ່າຍວັນທີ 10 ພຶດສະພາ ໃນຂອບເຂດສາຍ A ປະເພດກິລາບານເຕະຊາຍ SEA Games 31. ໃນນັດແຂ່ງຂັນດຳເນີນໃນເວລາ 16 ໂມງ, ທິມບານເຕະຊາຍ U23 ມຽນມາ ໄດ້ເອົາຊະນະຕໍ່ທິມບານເຕະ U23 ຟີລິບປິນ 3 ປະຕູຕໍ່ 2. ໃນຂະນະນັ້ນ, ທິມບານເຕະ U23 ອິນໂດເນເຊຍ ຍາດໄດ້ເອົາຊະນະຕໍ່ທິມບານເຕະ U23 Timor Leste 4 ປະຕູຕໍ່ 1.

ດ້ວຍໝາກຜົນດັ່ງກ່າວ, ທິມບານເຕະຊາຍ U23 ມຽນມາ ຍືນອັນດັບທີ 1 ໃນສາຍ A ດ້ວຍ 6 ຄະແນນ ພາຍຫຼັງຍາດໄດ້ໄຊຊະນະໃນການແຂ່ງຂັນ 2 ນັດ.

ໃນວັນດຽວກັນ, ປະເພດກິລາບານເຕະຍິງ, ສືບຕໍ່ການແຂ່ງຂັນໃນສາຍ B. ທິມບານເຕະຍິງ ໄທໄດ້ເອົາຊະນະຕໍ່ທິມບານເຕະຍິງ ສິງກະໂປ 3 ປະຕູຕໍ່ 0. ໃນຂະນະນັ້ນ, ທິມບານເຕະຍິງ ມຽນມາ ຍາດໄດ້ເອົາຊະນະຕໍ່ທິມບານເຕະຍິງ ລາວ 3 ປະຕູຕໍ່ 0.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ​ລັດ​ເຊຍ​, ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ ທ່ານ​ Mikhail Mishustin ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ.

Top