• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ ປຸກ​ລະ​ດົມ​ງານ​ບຸນ​ປູກ​ຕົ້ນ​ໄມ້​ລະ​ດູ​ບານ​ໃໝ່​ປີ​ມະ​ເສັງ 2025

ປະຊາຊົນ, ພະນັກງານ, ນັກຮົບ ແລະ ສະມາຊິກຊາວໜຸ່ມນັບພັນຄົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ປ່າປ້ອງກັນ ແລະ ປ່າຜະລິດທີ່ຖືກຜົນກະທົບຈາກພະຍຸ Yagi.
ບັນຍາກາດງານບຸນປູກຕົ້ນໄມ້ຢູ່ ເມືອງ ຕຽນອຽນ, ກວາງນິງ (ພາບ: baoquangninh.vn)

ວັນທີ 3 ກຸມພາ, ແຂວງ ກວ໋າງນິງ ໄດ້ຈັດພິທີປຸກລະດົມງານບຸນປູກຕົ້ນໄມ້ຢູ່ເຂດປ່າຊຸມຊົນ ບ້ານ ດົ່ງດິ່ງ, ຕາແສງ ຟອງຢຸ, ເມືອງ ຕຽນອຽນ. ປະຊາຊົນ, ພະນັກງານ, ນັກຮົບ ແລະ ສະມາຊິກຊາວໜຸ່ມນັບພັນຄົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ປ່າປ້ອງກັນ ແລະ ປ່າຜະລິດທີ່ຖືກຜົນກະທົບຈາກພະຍຸ Yagi. ສະເພາະຢູ່ເຂດປ່າຊຸມຊົນບ້ານ ດົ່ງດິ່ງ ໄດ້ປູກຕົ້ນໄມ້ກວ່າ 2.000 ກົກ ໃນເນື້ອທີ່ເກືອບ 2 ເຮັກຕາ. ທ່ານ ຫວູດ້າຍຖັງ, ເລຂາຄະນະພັກແຂວງ ກວາງນິງ ໃຫ້ຮູ້ວ່າ, ປີນີ້ ກວ໋າງນິງ ວາງເປົ້າໝາຍປູກຕົ້ນໄມ້ຄືນໃໝ່ໃນເນື້ອທີປ່າ 31.000 ເຮັກຕາ, ຫຼາຍທົບ 2,4 ເທົ່າ ເມື່ອທຽບໃສ່ຊຸມປີກ່ອນ.

“ແຂວງ ກວາງນິງ ໄດ້ປະກາດໃຊ້ຫຼາຍນະໂຍບາຍໜູນຊ່ວຍໂດຍກົງໃຫ້ປະຊາຊົນ ໃນຂົງເຂດປ່າໄມ້ພິເສດພວກຂ້າພະເຈົ້າ ໄດ້ຄົ້ນຄວ້າຊອກຫາບັນດາແນວພັນໃໝ່ແນວພັນທ້ອງຖິ່ນ ແລະ ແນວພັນຕົ້ນໄມ້ໄລຍະຍາວ ເພື່ອຮັບໃຊ້ປະຊາຊົນ. ຜ່ານໂອກາດງານບຸນປູກຕົ້ນໄມ້ປີນີ້ພວກຂ້າພະເຈົ້າປາດຖະໜາວ່າ ຈະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸໂດຍໄວ ແລະ ຕົ້ນໄມ້ໃນລະດູບານໃໝ່ປີນີ້ ຈະພັດທະນາດີທີ່ສຸດ ເພື່ອສ້າງສີຂຽວໃໝ່ໃຫ້ແກ່ ກວາງນິງ”.

ກໍໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ເຊີນລາ ແລະ ແຂວງ ລາຍເຈົາ ກໍໄດ້ດຳເນີນພິທີປຸກລະດົມການປູກຕົ້ນໄມ້ຕົ້ນລະດູບານໃໝ່ປີມະເສັງ 2025.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top