• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

ຄາດວ່າ, ວັນທີ 22 ມີນາ, ສະພາເລືອກຕັ້ງແຫ່ງຊາດ ຈະປະກາດໝາກຜົນການເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031. ໃນການເລືອກຕັ້ງທີ່ຜ່ານມາ, ດ້ວຍຈຳນວນຜູ້ມີສິດເລືອກຕັ້ງ 99,68 % ໄປປ່ອນບັດ, ໄດ້ສະແດງໃຫ້ເຫັນພາບພົດທີ່ມີຊີວິດຊີວາ ກ່ຽວກັບການປະຕິບັດສິດຂອງພົນລະເມືອງ. ໃນຜົນສຳເລດນີ້ມີການປະກອບສ່ວນຂອງສາຊະນິກກະຊົນກ່ວາ 27 ລ້ານຄົນທີ່ຂຶ້ນກັບບັນດາສາສະໜາທີ່ແຕກຕ່າງກັນ (ກວມເອົາປະມານ 27% ພົນລະເມືອງ) ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ປຊຊ ຜູ້ເຊື່ອຖືສາສະໜາຕ່າງໆ ຕໍ່ເຫດການການເມືອງສຳຄັນຂອງປະເທດຊາດ.
  ສາສະນິກກະຊົນເຂົ້າຮ່ວມງານບຸນວິສາຂະບູຊາ 2025 (ພາບ: VOV)  

 ຕາມປື້ມປົກຂາວ “ສາສະໜາ ແລະ ນະໂຍບາຍວ່າດ້ວຍສາດສະໜາຢູ່ ຫວຽດນາມ” (ປີ 2023), ຢູ່ ຫວຽດນາມ ມີ 43 ອົງການຈັດຕັ້ງ, ຂຶ້ນກັບ 16 ສາສະໜາທີ່ລັດໄດ້ຮັບຮູ້ ແລະ ອອກໃບອະນຸຍາດຈົດທະບຽນການເຄື່ອນໄຫວດ້ວຍສາສະນິກກະຊົນກ່ວາ 27,7 ລ້ານຄົນ. ມີ 5 ສາສະໜາໃຫ່ຍດ້ວຍຈຳນວນສາສະນິກກະຊົນກ່ວາ 1 ລ້ານຄົນຄື: ສາດສະໜາພຸດ, ສາດສະໜາກາໂຕລິກ, ສາດສະໜາພຸດ ຮ່ວາຫາວ, ໂປແຕັດສະຕັງ, ກາວດ່າຍ…

  ພິທີຕ້ອນຮັບປີໃໝ່ຂອງຊາວເຜົ່າ ຂະແມ ຢູ່ ຈ່າວິງ (ພາບ: VOV)  

ຮັບປະກັນສິດເປັນເຈົ້າ

    ໃນຕົ້ນເດືອນມີນາປີ 2026, ກະຊວງຊົນເຜົ່າ ແລະ ສາສະໜາ ມີເອກະສານທາງການເລກທີ 494 ສົ່ງເຖິງຄະນະກຳມະການ ປຊຊ ບັນດາແຂວງ, ນະຄອນ ສະເໜີມີຄວາມເອົາໃຈໃສ່, ຊີ້ນຳບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ຜັນຂະຫຍາຍປະຕິບັດວຽກງານໂຄສະນາກ່ຽວກັບການເລືອກຕັ້ງໃຫ້ ໃນໝູ່ ປຊຊ ຊາວຊົນເຜົ່າສ່ວນໜ້ອຍເປັນຢ່າງດີ, ເພື່ອແນໃສ່ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ທ່ານ ກະເລ່ນ ຊາວຄຼິດບ້ານ ກະລອງ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

 ພາຍຫຼັງໄດ້ໄປເຮັດພິທີຢູ່ໂບດມາ, ຊາວຄຼິດເກືອບທັງໝົດໄດ້ເຂົ້າຮ່ວມການເລືອກຕັ້ງໂດຍທັນທີ. ປຊຊ ກຳໄດ້ແຜນນະໂຍບາຍຂອງພັກ ແລະ ລັດ, ດັ່ງນັ້ນ ກໍ່ມີຄວາມກະຕືລີລົ້ນໄປປະຕິບັດສິດທິພົນລະເມືອງຂອງຕົນ ດ້ວຍຄວາມພາກພູມໃຈທີ່ສຸດ.

  (ພາບ: VOV)  

ໃນຕົວຈິງ, ໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031, ອາດເຫັນວ່າມີໂຄງປະກອບຫຼາຍຮູບຫຼາຍແບບ ດ້ວຍການມີໜ້າຂອງຜູ້ມີຍົດຖາບັນດາສັກ, ນັກບວດຂອງສາສະໜາພຸດ, ສາສະໜາຄຼິດ, ໂປແຕັດສະຕັງ….ເລື່ອງຜູ້ມີຍົດຖາບັນດາສັກໄດ້ສະໝັກຮັບເລືອກຕັ້ງເຂົ້າໃນອົງການສິດອຳນາດສູງສຸດຂອງລັດ ແມ່ນການພິສູດໃຫ້ເຫັນສິດສະເໝີພາບກ່ຽວກັບສິດການເມືອງ. ເຂົາເຈົ້າບໍ່ພຽງແຕ່ໄດ້ເປັນຜູ້ຕາງໜ້າໃຫ້ແກ່ກົດໝາຍເທົ່ານັ້ນ, ຖ້າໄດ້ຮັບການເລືອກຕັ້ງ, ເຂົາເຈົ້າຈະນຳເອົາສຽງເວົ້າຂອງຜູ້ມີສິດເລືອກຕັ້ງບັນດາສາສະໜາເຂົ້າໃນເວທີການເມືອງ, ປະກອບສ່ວນເຂົ້າໃນວິວັດການສ້້າງກົດໝາຍ ແລະ ຕົກລົງບັນດາບັນຫາສຳຄັນຍິ່ງຂອງປະເທດຊາດອີກດ້ວຍ.

ສິດເສລີພາບທາງສາສະໜາຢູ່ ຫວຽດນາມ ສະແດງອອກຜ່ານຫຼາຍແງ່ມູມ

    ຍາມໃດພັກ ແລະ ລັດ ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເຖິງເລື່ອງເລືອກເອົາບັນດາຜູ້ແທນໃນບັນດາຊົນເຜົ່າ, ສາສະໜາເພື່ອເຂົ້າເປັນ ສສຊ ແລະ ສະມາຊິກສະພາ ປຊຊ ທຸກຂັ້ນ. ໃນຊຸມປີຜ່ານມາ, ອັດຕາສ່ວນ ສສຊ ໃນບັນດາຊົນເຜົ່າ, ສາສະໜາ ຍາມໃດກໍ່ໄດ້ຖືເປັນສຳຄັນ. ສະພາແຫ່ງຊາດຊຸດທີ 15 ອາຍຸການ 2021-2026 ມີຜູ້ໄດ້ຮັບການເລືອກຕັ້ງ 499 ທ່ານ, ໃນນັ້ນ ມີ 89 ທ່ານ ເປັນຊາວຊົນເຜົ່າສ່ວນໜ້ອຍ (ກວມເອົາ 17,84%), ມີ 05 ທ່ານເປັນຜູ້ມີຍົດຖາບັນດາສັກ.

   ການມີໜ້າຂອງຜູ້ມີຍົດຖາບັນດາສັກໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຫຼືບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງ ແມ່ນສິ່ງພິສູດໃຫ້ເຫັນເລື່ອງລົບລ້າງບັນດາຄວາມນຶກຄິດຕາຍຕົວ ກ່ຽວກັບການຈຳແນກການປະພຶດລະຫວ່າງບັນດາສາສະໜາໃນອົງການໂດຍ ປຊຊ ເລືອກຕັ້ງ. ຍາມໃດ ພໍ່ແມ່ ປຊຊ ບັນດາສາສະໜາກໍ່ແມ່ນແຫຼ່ງກຳລັງສຳຄັນ ໃນການສ້າງສາ ແລະ ພັດທະນາປະເທດຊາດ.

   ຢູ່ ຫວຽດນາມ , ພໍ່ແມ່ ປຊຊ ບັນດາຊົນເຜົ່າ, ສາສະໜາ ແມ່ນສ່ວນໜຶ່ງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ການຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາ ບໍ່ພຽງແຕ່ແມ່ນການປະຕິບັດກົດໝາຍເທົ່ານັ້ນ, ຫາກຍັງແມ່ນຄວາມເຄົາລົບຄວາມມີຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບອີກດ້ວຍ, ແມ່ນການສ້າງໃຫ້ມີພື້ນທີ່ເພື່ອໃຫ້ ປຊຊ ທຸກຄົນ ເຖິງວ່າມີຄວາມເຊື່ສອຖືສາສະໜາຫຼືບໍ່ມີ ກໍ່ລ້ວນແຕ່ມີຄວາມຮູ້ສຶກວ່າ ຕົນເອງແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ ໃນບັນດາຜົນງານຂອງປະເທດຊາດ./.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top