• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະ​ທານ​ປະ​ເທດ ເລືອງ​ເກື່ອງ ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ​ຍື່ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 18 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ, ອາຣັບບິ ຊາອຸດິ ແລະ ໂດມີນິກາ ເຂົ້າຍື່ນສານຕາຕັ້ງຮັບດຳລົງໜ້າທີ່ຢູ່ ຫວຽດນາມ.
  ທ່ານປະທານປະເທດ ເລືອງເກື່ອງໃຫ້ການຕ້ອນຮັບທ່ານນາງ Touch So Pharat ເອກອັກຄະລັດຖະທູດກຳປຸເຈຍປະຈຳ ຫວຽດນາມ ພ້ອມກັບຄະນະຜູ້ແທນ (ພາບ: VOV)  

ທີ່ການຕ້ອນຮັບທ່ານນາງ Touch So Pharat ເອກອັກຄະລັດຖະທູດ ກຳປູເຈຍ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍບົດຮຽນປະສົບການທາງການທູດ, ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງ, ເພື່ອປະກອບສ່ວນຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ.

ທີ່ການຕ້ອນຮັບທ່ານ Thammer Mohammed Al Gosaibi ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະ ທີ່ຕັ້ງບົດບາດຂອງ ອາຣັບບິ ຊາອຸດິ ຢູ່ພາກພື້ນ, ພິເສດໃນໂລກອາຣັບ ແລະ ອິດສະລາມ, ທ່ານມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າສັນຕິພາບ ແລະ ສະຖຽນລະພາບຢູ່ ອາຣັບບິ ຊາອຸດິດ ແລະ ພາກພື້ນຕາເວັນອອກກາງ ຈະໄດ້ຮັບການຟື້ນຟູໂດຍໄວ.

ໂດຍສະແດງຄວາມຊົມເຊີຍຕໍ່ທ່ານ Jean-Francois Harvey ທີ່ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ໂດມີນີກາ ຄົນທຳອິດຢູ່ ຫວຽດນາມ, ທ່ານປະທານປະເທດ ສະເໜີທ່ານເອກອັກຄະລັດຖະທູດ ຈົ່ງປະສານສົມທົບກັບຝ່າຍ ຫວຽດນາມ ເພື່ອເພີ່ມທະວີການພົວພັນສອງຝ່າຍໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນໃນການຊຸກຍູ້ວົງເງິນການຄ້າສອງຝ່າຍ, ທ່ານສະເໜີ ໂດມີນີກາ ໜູນຊ່ວຍ ຫວຽດນາມ ເພີ່ມທະວີການພົວພັນກັບປະຊາຄົມບັນດາປະເທດ ກາຣີເບ (CARICOM).

ບັນດາເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ ຫວຽດນາມ ທີ່ໄດ້ປະຕິບັດສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາຜ່ານມາ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້, ເປັນຕົ້ນແມ່ນໝາກຜົນຂອງການເຕີບໂຕທີ່ເປັນປົກກະຕິ, ປີ 2025 ບັນລຸກວ່າ 8% ແລະ ມຸ່ງໄປເຖິງເປົ້າໝາຍນຳການເຕີບໂຕບັນລຸລະດັບ 2 ຕົວເລກໃນຊຸມປີຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ຈີນ ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິ​ດ​ຕະ​ພາບ

ຫວຽດ​ນາມ - ຈີນ ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິ​ດ​ຕະ​ພາບ

ການພົວພັນ ຫວຽດນາມ - ຈີນບົນເສັ້ນຊາຍແດນທາງບົກໃນຊຸມປີຜ່ານມາສືບຕໍ່ໄດ້ຮັບການປັບປຸງ ຕາມທິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື. ບົນພື້ນຖານບັນດາເອກະສານດ້ານນິຕິກຳ ພ້ອມກັບບັນດາກົນໄກຮ່ວມມືຢ່າງແທດຈິງຄື ໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ, ສອງປະເທດພວມເພີ່ມທະວີການສົມທົບກັນຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ຊຸກຍູ້ການພັດທະນາ ແລະ ຄວາມສະໜິດຕິດພັນປະຊາຊົນເຂດຊາຍແດນ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຍາວນານ.

Top