• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຈີນ ເພີ່ມທະວີຄວາມສາມັກຄີຜ່ານການແລກປ່ຽນດ້ານປ້ອງກັນຊາດເຂດຊາຍແດນ

ວັນທີ 18 ມີນາ, ບັນດາກິດຈະກຳໃນລາຍການພົບປະແລກປ່ຽນມິດຕະພາບ ການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10 ໄດ້ດຳເນີນຢູ່ກ໋ວາງນິງຢ່າງເປັນທາງການ.
  ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຈີນ ໂດຍທ່ານພົນໂທ ຕຸງຈີນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນຫວົໜ້າຄະນະ (ພາບ: VOV5)  

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຈີນໂດຍທ່ານພົນໂທ ຕຸງຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນຫົວໜ້າຄະນະ, ເຂົ້າຮ່ວມບັນດາກິດຈະກຳ ຢູ່ຫວຽດນາມ ໃນວັນທີ 18 ມີນາ, ແລະຢູ່ຈີນໃນວັນທີ 19 ມີນາ ທີ່ເຫດການລວມມີພິທີຕ້ອນຮັບ ແລະ ອອກສົ່ງຄະນະກະຊວງປ້ອງກັນປະເທດຈີນ ຢູ່ດ່ານຊາຍແດນສາກົນ ມ້ອງກາຍ (ແຂວງກ໋ວາງນິງ), ປູກຕົ້ນໄມ້ມິດຕະພາບ, ເລີ່ມລົງມືກໍ່ສ້າງໂຄງການສຸກສາລາມິດຕະພາບຕາແສງ ຫ໋າຍເຊີນ, ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ, ຢ້ຽມຢາມປ້ອມປ້ອງກັນຊາຍດແດນຈ່າໂກ ແລະ ການໂອ້ລົມເຈລະຈາລະຫວ່າງສອງຄະນະ. ທ່ານ ພັນເອກ ເຈິ່ນວັນເລີຍ, ຫົວໜ້າຫ້ອງການອາຊີ, ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມໃຫ້ຮູ້ວ່າ:

ການພົບປະແລກປ່ຽນແມ່ນເພື່ອແນໃສ່ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ກ່ຽວກັບການສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດເປັນລະອຽດ ໃຫ້ນັບມື້ນັບແທດຈິງກວ່າ. ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງກຳລັງປ້ອງກັນຊາດແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນສອງປະເທດ, ກໍ່ຄືການພົວພັນລະຫວ່າງກອງທັບສອງປະເທດ ຫວຽດນາມ - ຈີນ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

ການລົງຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງການນຳກະຊວງປ້ອງກັນປະເທດສອງປະເທດ ຕໍ່ຄົນລຸ້ນໜຸ່ມ - ລຸ້ນອະນາຄົດ ເພື່ອຈະເປັນການສືບຕໍ່ນ້ຳໃຈມິດຕະພາບອັນຍືນຍົງ ແລະ ການຮ່ວມມືອັນຍາວນານລະຫວ່າງສອງຊາດ. ກ່າວຄຳເຫັນທີ່ເຫດການ,  ຄູ ມາຍຮວ່າງເລິມ, ຮອງຜູ້ອຳນວຍການຮັບຜິດຊອບໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ ຢັ້ງຢືນວ່າ:

ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ສຳລັບຄູສອນ ແລະ ນັກຮຽນໂຮງຮຽນ. ພວກຂ້າພະເຈົ້າຂໍສັນຍານ ຈະປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການສຶກສາຢ່າງບໍ່ຢຸດຢັ້ງ. ພ້ອມທັງກັນນັ້ນ ກໍ່ຈະສຶກສານັກຮຽນໃຫ້ກາຍເປັນພົນລະເມືອງທີ່ມີພູມປັນຍາ, ມີຄວາມຮັບຜິດຊອບ ແລະ ແມ່ນນັກການທູດທີ່ຕັ້ງໜ້າປະກອບສ່ວນຮັກສາ, ພັດທະນານ້ຳໃຈມິດຕະພາບ ຫວຽດນາມ - ຈີນ.

(ແຫຼ່ງຄັດຈາກ VOV)

ທ່ານປະ​ທານ​ປະ​ເທດ ເລືອງ​ເກື່ອງ ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ​ຍື່ນ​ສານ​ຕາ​ຕັ້ງ

ທ່ານປະ​ທານ​ປະ​ເທດ ເລືອງ​ເກື່ອງ ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ​ຍື່ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 18 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ, ອາຣັບບິ ຊາອຸດິ ແລະ ໂດມີນິກາ ເຂົ້າຍື່ນສານຕາຕັ້ງຮັບດຳລົງໜ້າທີ່ຢູ່ ຫວຽດນາມ.

Top