ພາຍຫຼັງການລົງຄະແນນສຽງດ້ວຍອັດຕາ 11 – 1, Fed ໄດ້ຕົກລົງຮັກສາອັດຕາດອກເບຍຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນກໍ່ເປີດຄວາມສາມາດຫຼຸດຜ່ອນອັດຕາດອກເບ້ຍໃນທ້າຍປີນີ້.
ທ່ານປະທານກົມສະສົມສະຫະລັດ ອາເມລິກາ Jerome Powell (ພາບ: REUTERS/Kevin Lamarque)
ວັນທີ 18 ມີນາ, ກົມສະສົມສະຫະລັດ ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍຄືດັ່ງການຄາດຄະເນ, ໃນສະພາບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ຍັງພວມປະເຊີນໜ້າກັບສະພາບໄພເງິນເຟີ້ທີ່ແກ່ຍາວ, ຄວາມຕ້ອງການດ້ານແຮງງານຫຼຸດລົງ ແລະ ແງ່ຫວັງການເຕີບໂຕ “ບໍ່ແນ່ນອນ” ຍ້ອນການປະທະກັນຢູ່ ຕາເວັນອອກກາງກ
ພາຍຫຼັງການລົງຄະແນນສຽງດ້ວຍອັດຕາ 11 – 1, Fed ໄດ້ຕົກລົງຮັກສາອັດຕາດອກເບຍຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນກໍ່ເປີດຄວາມສາມາດຫຼຸດຜ່ອນອັດຕາດອກເບ້ຍໃນທ້າຍປີນີ້.
ໃນຖະແຫຼງການໜຶ່ງ, Fed ໃຫ້ຮູ້ວ່າ: “ຜົນກະທົບຂອງບັນດາການຜັນແປຢູ່ ຕາເວັນອອກາງ ຕໍ່ກັບພື້ນຖານເສດຖະກິດ ອາເມລິກາ ແມ່ນສິ່ງທີ່ບໍ່ແນ່ນອນ”. Fed ຖືວ່າ “ຄວາມຂາດສະຖຽນລະພາບກ່ຽວກັບແງ່ຫວັງດ້ານເສດຖະກິດຍັງຢູ່ລະດັບສູງ”. ພ້ອມກັນນັ້ນ, Fed ກໍ່ຍົກການຄາດຄະເນໄພເງິນເຟີ້ຂຶ້ນລະດັບ 2,7% ໃນທ້າຍປີນີ້, ພ້ອມທັງກ່າວເຕືອນຄວາມສ່ຽງເກີດສະພາບລາຄາຂຶ້ນລົງແບບຜິດປົກກະຕິ ຍ້ອນສົງຄາມຢູ່ ຕາເວັນອອກກາງ.
(ແຫຼ່ງຄັດຈາກ VOV)