• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ບັນດາທ້ອງຖິ່ນຕ້ອງປັບປຸງລະບົບຕິດຕາມກວດກາອາຊີບຫາປາໃຫ້ສົມບູນແບບ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU), ໃນວາລະປະຊຸມຄັ້ງທີ 22 ຂອງຄະນະຊີ້ນຳທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ພະຈິກ. ວາລະປະຊຸມດັ່ງກ່າວຍັງໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄມທະລາອີກດ້ວຍ.

        ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%), ອັດຕາອອກໃບອະນຸຍາດໃຫ້ຂຸດຄົ້ນແມ່ນ 76.811/79.360 ລຳ. ໃນອາທິດ, ຈຳນວນກ່ຳປັ່ນຫາປ່າທີ່ມີເງື່ອນໄຂຄົບຖ້ວນເພື່ອເຄື່ອນໄຫວນັ້ນ ໄດ້ຮັບການຄວບຄຸມຈາກທ້ອງຖິ່ນ, ບໍ່ເກີດມີກໍລະນີລະເມີດເຂດທະເລຕ່າງປະເທດ. ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນໃນກອງປະຊຸມຄັ້ງຕໍ່ໄປ ຕ້ອງຕົກລົງເປັນເອກະພາບ: ກະຊວງກະສິກຳ ແລະ ສິ່ງແວດລ້ອມລົບລ້າງຂໍ້ມູນກ່ຳປັ່ນບໍ່ມີເງື່ອນໄຂຄົບຖ້ວນ, ຕ້ອງມີບັນດາມາດຕະການລະອຽດເພື່ອຄວບຄຸມ ແລະ ຕິດຕາມກວດກາກຸ່ມກ່ຳປັ່ນດັ່ງກ່າວ. ບັນດາກ່ຳປັ່ນທີ່ຍັງບໍ່ທັນໄດ້ຮັບອະນຸຍາດຈັກເທື່ອນັ້ນ ຕ້ອງສ້າງເງື່ອນໄຂເພື່ອໃຫ້ມີເງື່ອນໄຂຄົບຖ້ວນ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອານ​ເຊ​ຣີ ດຳ​ເນີນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ຄັ້ງ​ທີ 13

ຫວຽດ​ນາມ - ອານ​ເຊ​ຣີ ດຳ​ເນີນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ຄັ້ງ​ທີ 13

ໃນລະຫວ່າງວັນທີ 16 – 17 ພະຈິກ, ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ອານເຊຣີ ໄດ້ດຳເນີນຢູ່ນະຄອນຫຼວງ Algiers, ອານເຊຣີ, ກ່ອນທີ່ດຳເນີນການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ

Top