ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
“ບັນດາທ້ອງຖິ່ນຕ້ອງປັບປຸງລະບົບຕິດຕາມກວດກາອາຊີບຫາປາໃຫ້ສົມບູນແບບ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU), ໃນວາລະປະຊຸມຄັ້ງທີ 22 ຂອງຄະນະຊີ້ນຳທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ພະຈິກ. ວາລະປະຊຸມດັ່ງກ່າວຍັງໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນເຂດແຄມທະລາອີກດ້ວຍ.
ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%), ອັດຕາອອກໃບອະນຸຍາດໃຫ້ຂຸດຄົ້ນແມ່ນ 76.811/79.360 ລຳ. ໃນອາທິດ, ຈຳນວນກ່ຳປັ່ນຫາປ່າທີ່ມີເງື່ອນໄຂຄົບຖ້ວນເພື່ອເຄື່ອນໄຫວນັ້ນ ໄດ້ຮັບການຄວບຄຸມຈາກທ້ອງຖິ່ນ, ບໍ່ເກີດມີກໍລະນີລະເມີດເຂດທະເລຕ່າງປະເທດ. ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນໃນກອງປະຊຸມຄັ້ງຕໍ່ໄປ ຕ້ອງຕົກລົງເປັນເອກະພາບ: ກະຊວງກະສິກຳ ແລະ ສິ່ງແວດລ້ອມລົບລ້າງຂໍ້ມູນກ່ຳປັ່ນບໍ່ມີເງື່ອນໄຂຄົບຖ້ວນ, ຕ້ອງມີບັນດາມາດຕະການລະອຽດເພື່ອຄວບຄຸມ ແລະ ຕິດຕາມກວດກາກຸ່ມກ່ຳປັ່ນດັ່ງກ່າວ. ບັນດາກ່ຳປັ່ນທີ່ຍັງບໍ່ທັນໄດ້ຮັບອະນຸຍາດຈັກເທື່ອນັ້ນ ຕ້ອງສ້າງເງື່ອນໄຂເພື່ອໃຫ້ມີເງື່ອນໄຂຄົບຖ້ວນ.”