ໃນລະຫວ່າງວັນທີ 16 – 17 ພະຈິກ, ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ອານເຊຣີ ໄດ້ດຳເນີນຢູ່ນະຄອນຫຼວງ Algiers, ອານເຊຣີ, ກ່ອນທີ່ດຳເນີນການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ
ບັນຍາກາດຂອງກອງປະຊຸມ (ພາບ: ກະຊວງກໍ່ສ້າງ ຫວຽດນາມ)
ນະທີ່ນີ້, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ຄຽງຄູ່ການປັບປຸງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເຊັ່ນ ການຄ້າ, ການຂຸດຄົ້ນນຳມັນ ແລະ ກະສິກຳ, ສອງຝ່າຍປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ມີກຳລັງບົ່ມຊ້ອນຫຼາຍ, ລວມມີ: ອຸດສາຫະກຳ, ພະລັງງານທົດແທນ, ການຄົ້ນຄວ້າວິທະຍາສາດ, ຫັນເປັນດີຈີຕອນ, ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ການທ່ອງທ່ຽວ, ການສຶກສາຂັ້ນມະຫາວິທະຍາໄລ, ການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ.
ກອງປະຊຸມຄັ້ງທີ 13 ນີ້ ໄດ້ຮັບຄວາມຫວັງວ່າ ຈະສ້າງທ່ວງທ່າໃຫ້ແກ່ໄລຍະພັດທະນາໃໝ່ທີ່ແຂງແຮງກວ່າ, ນຳການພົວພັນຮ່ວມມື ຫວຽດນາມ - ອານເຊຣີ ຂຶ້ນສູ່ລະດັບສູງໃໝ່. ເຫດການນີ້ ບໍ່ພຽງແຕ່ຢັ້ງຢືນຄວາມຕັດສິນໃຈປັບປຸງການພົວພັນມິດຕະພັບປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນໂອກາດສຳຄັນເພື່ອກະກຽມເນື້ອໃນຮ່ວມມືທາງດ້ານເສດຖະກິດ ແລະ ວິທະຍາສາດເຕັກນິກ, ວາງອອກບັນດາທິດທາງຮ່ວມມື, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ ຫວຽດນາມ - ອານເຊຣີ.
(ແຫຼ່ງຄັດຈາກ VOV)