• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ກຳ​ລັງ​ການ​ເມືອງ ຢູ່​ຊູ​ດັງ ເຊັນ ເອ​ກະ​ສານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄລ​ຍະເຊື່ອມ​ຕໍ່

ຊູດັງ ໄດ້ຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ໂດຍບັນດາການປະທະກັນລະຫວ່າງກອງທັບ ແຫ່ງຊາດ ຊູດັງ ແລະ ກຸ່ມເຄິ່ງທະຫານບັນດາກຳລັງ ໜູນຊ່ວຍໂດຍໄວ (RSF) ນັບແຕ່ວັນທີ 15 ເມສາ ປີ 2023.
ກອງທັບ ຊູດັງ ຢູ່ນະຄອນຫຼວງ Khartoum (ພາບ: AFP/TTXVN)
ວັນທີ 8 ພຶດສະພາ, ຢູ່ນະຄອນຫຼວງ ກາຍໂຣ (ເອຢິບ), ບັນດາກຳລັງການທະຫານ ແລະ ອົງການການເມືອງ ຢູ່ຊູດັງ ໄດ້ເຊັນເອກະສານທີ່ມີລັກສະນະວິໄສທັດ ເພື່ອແນໃສ່ຄຸ້ມຄອງໄລຍະເຊື່ອມຕໍ່ ໂດຍກຸ່ມນັກການເມືອງຈຳນວນໜຶ່ງ ຢູ່ ຊູດັງ ຮຽບຮຽງ ບັນດາມາດຕາ ແລະ ເນື້ອໃນຂອງ ເອກະສານ “ສິດ ຂອງລັດຖະທຳມະນູນ ຊູດັງ”. ເອກະສານດັ່ງກ່າວໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸໄດ້ຄວາມເຫັນດີເຫັນພ້ອມແຫ່ງຊາດ ເພື່ອແນໃສ່ຊອກຫາວິທີການໃຫ້ແກ່ວິກິດການຢູ່ ຊູດັງ. ບັນດາກຳລັງເຂົ້າຮ່ວມການເຊັນເອກະສານ ກໍ່ເນັ້ນໜັກວ່າ ການໂອ້ລົມສົນທະນາຢ່າງຮອບດ້ານ ລະຫວ່າງບັນດາຝ່າຍຢູ່ ຊູດັງ ແມ່ນການຄັດເລືອກໜຶ່ງດຽວ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ປອງດອງ ແຫ່ງຊາດ ຈາກບໍ່ມີການແຊກແຊງຢ່າງຫຍໍ້ທໍ້ ຈາກພາຍນອກ. ຊູດັງ ໄດ້ຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ໂດຍບັນດາການປະທະກັນລະຫວ່າງກອງທັບ ແຫ່ງຊາດ ຊູດັງ ແລະ ກຸ່ມເຄິ່ງທະຫານບັນດາກຳລັງ ໜູນຊ່ວຍໂດຍໄວ (RSF) ນັບແຕ່ວັນທີ 15 ເມສາ ປີ 2023. ບັນດາການປະທະກັນນີ້ ໄດ້ເຮັດໃຫ້ສາມັນຊົນນັບພັນຄົນ ເສຍຊີວິດ, ພ້ອມທັງ ເຮັດໃຫ້ປະຊາຊົນ ນັບລ້ານຄົນຕ້ອງອົບພະຍົບລີ້ໄພ ແລະ ທຳລາຍສ່ວນຫຼາຍພື້ນຖານໂຄງລ່າງຂອງ ປະເທດດັ່ງກ່າວ, ພິເສດແມ່ນຢູ່ນະຄອນຫຼວງ Khartoum./.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top