• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຍົກ​ສູງ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ດ້ານ​ຕ່າງໆ​ຂອງ​ຊີ​ວິດ​ສັງ​ຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການເອົາໃຈໃສ່ສ້າງຖັນແຖວພະນັກງານ, ຜູ້ທີ່ມີອິດທິພົນຊື່ສຽງ, ດີເດັ່ນໃນເຂດບັນດາເຜົ່າສ່ວນໜ້ອຍ ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສຳຄັນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ ຄົບຮອບ 91 ປີ (ວັນທີ 18 ພະຈິກ 1930 – 18 ພະຈິກ 2021) ແລະ ສະເຫຼີມສະຫຼອງ ການປະຕິບັດ “ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ” ຄົບຮອບ18 ປີ (ວັນທີ 18 ພະຈິກ 2003 – 18 ພະຈິກ 2021), ຕອນບ່າຍວັນທີ 17 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນ ທີ່ມີອິດທິພົນຊື່ສຽງ, ນາຍບ້ານດີເດັ່ນ, ຜູ້ຕາງໜ້າບັນດານາຍບ້ານ ແລະ ຜູ້ທີ່ມີອິດທີພົນຊື່ສຽງທົ່ວແຂວງບັກກ້ານ 1.300 ຄົນ ທີ່ມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການເອົາໃຈໃສ່ສ້າງຖັນແຖວພະນັກງານ, ຜູ້ທີ່ມີອິດທິພົນຊື່ສຽງ, ດີເດັ່ນໃນເຂດບັນດາເຜົ່າສ່ວນໜ້ອຍ ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສຳຄັນ. ດັ່ງນັ້ນ, ບັນດາທ້ອງຖິ່ນ, ໃນນັ້ນມີແຂວງບັກກ້ານ, ຄວນຄົ້ນພົບປັນຍາຊົນໜຸ່ມ, ມີຄວາມຕັ້ງໜ້າ, ມີຄວາມສຸດອົກສຸດໃຈ, ປ່ຽນແປງໃໝ່ໃນການຜະລິດ, ດຳເນີນທຸລະກິດ...ໂດຍໄວ ເພື່ອກໍ່ສ້າງຖັນແຖວປັນຍາຊົນໜຸ່ມໃຫ້ມີອິດທິພົນຊື່ສຽງ. ພ້ອມກັນນັ້ນ, ປະທານປະເທດຫວັງວ່າ ບັນດານາຍບ້ານ, ຜູ້ທີ່ມີອິດທິພົນຊື່ສຽງໃນແຂວງບັກກ້ານ ຈະຍົກສູງບົດບາດຫຼັກແຫຼ່ງໃນບັນດານາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນດ້ານຕ່າງໆຂອງຊີວິດສັງຄົມຢ່າງບໍ່ຢຸດຢັ້ງ, ຂົນຂວາຍທຸກຄົນໃນວົງຄະນະຍາດຊຸມຊົນ ຕັ້ງໜ້າຜະລິດ, ດຳເນີນທຸລະກິດ; ພ້ອມກັນນັ້ນ ກໍ່ປຸກລະດົມປະຊາຊົນບັນດາເຜົ່າຕັ້ງໜ້າສ້າງຊົນນະບົດໃໝ່.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top