• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຫາທະເລຕາເວັນອອກດຶງດູດຄວາມສົນໃຈຢູ່ AMM 52

ກ່ຽວກັບເລື່ອງກ່ຳປັ່ນສຳຫຼວດທໍລະນີສາດ ໄຮຢາງ 8 ຂອງຈີນ ພ້ອມກັບບັນດາເຮືອຮົບເຄື່ອນໄຫວຢູ່ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ລະເມີດອະທິປະໄຕ, ອຳນາດອະທິປະໄຕຂອງຫວຽດນາມ.


ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າ SOM ASEAN ຫວຽດນາມ

(ພາບປະກອບ: dangcongsan.vn)


ບັນຫາທະເລຕາເວັນອອກດຶງດູດຄວາມສົນໃຈຢູ່ AMM 52, ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ກັບສື່ມວນຊົນ ເນື່ອງໃນໂອກາດສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ດຳເນີນຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 29 ກໍລະກົດ - 03 ສິງຫາ.

        ຕາມທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ແລ້ວ, ກ່ຽວກັບເລື່ອງກ່ຳປັ່ນສຳຫຼວດທໍລະນີສາດ ໄຮຢາງ 8 ຂອງຈີນ ພ້ອມກັບບັນດາເຮືອຮົບເຄື່ອນໄຫວຢູ່ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ລະເມີດອະທິປະໄຕ, ອຳນາດອະທິປະໄຕຂອງຫວຽດນາມ, ໄດ້ດຶງດູດຄວາມສົນໃຈຈາກບັນດາປະເທດ. ລັດຖະມົນຕີຫຼາຍທ່ານໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ. ທຸກປະເທດລ້ວນແຕ່ກ່າວປາໄສເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຮຽກຮ້ອງເຄົາລົບກົດໝາຍສາກົນ. ຄຳກ່າວປາໄສຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ທີ່ກອງປະຊຸມກ່ຽວກັບບັນຫານີ້ແມ່ນກົງໄປກົງມາ, ສຸດອົກສຸດໃຈ, ບົນພື້ນຖານສ້າງສັນ ແລະ ມິດຕະພາບ. ສະນັ້ນໄດ້ຮັບການແບ່ງປັນ ແລະ ສະໜັບສະໜູນຈາກຫຼາຍປະເທດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top