• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາເອກອັກຄະລັດຖະທູດປະທັບໃຈຕໍ່ພິທີເຂົ້າຊົງຂອງຫວຽດນາມ

ພິທີເຂົ້າຊົງຂອງຫວຽດນາມ
           ລາຍ​ການ​ສະ​ແດງ​ຂັບ​ເຈົາ​ວັນ-ພິ​ທີ​ເຂົ້າ​ຊົງ, ຊຶ່ງ​ແມ່ນ​ພິ​ທີ​ກຳ​ທີ່​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 26/2 ຢູ່​ແຂວງ​ນາມດິ້ງ ຊຶ່ງ​ມີການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕ່າງ​ໜ້າບັນ​ດາ​ອົງ​ການ​ສາ​ກົນ​ປະ​ຈຳ​ຫວຽດ​ນາມ​ພ້ອມ​ກັບ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ການ​ເຫຼື້ອມ​ໃສ​ຢູ່​ພາຍ​ໃນ​ປະ​ເທດ.
    ຕາມ​ທ່ານ​ນາງ ມູ​ເລີ ມາ​ຣິ​ນ ຫົວ​ໜ້າ​ຜູ້​ຕ່າງ​ໜ້າຫ້ອງ​ການ UNESCO ປະ​ຈຳ​ຫວຽດ​ນາມ​ແລ້ວ, ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ໄດ້​ເປັນ​ການຢັ້ງ​ຢືນ​ບົດ​ບາດ, ທີ່​ຕັ້ງ​ຂອງ​ແມ່​ຍິງ. ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ບູ​ຊານີ້ ກໍ​ເຕົ້າ​ໂຮມ​ບັນ​ດາ​ຄຸ່ນ​ຄາວັດ​ທະ​ນະ​ທຳ, ສິ​ລະ​ປະ, ພິ​ເສດ​ແມ່ນ​ເຂັ້ມ​ຂົ້ນ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ, ສະ​ແດງ​ໃຫ້​ເຫັນ​ການ​ເຄົາ​ລົບ​ນັບ​ຖື​ຕໍ່​ບັນ​ພະ​ບຸ​ລຸດ, ປູ່​ຍ່າ​ຕາ​ຍາຍ, ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.
 (​ແຫຼ່ງຄັດ​ຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top