• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາອົງການການແພດ ແລະ ການເງິນໃຫຍ່ໃນໂລກກະຕຸກຊຸກຍູ້ການໃຫ້ບຸລິມະສິດວັກຊິນກັນໂຄວິດ-19 ໃຫ້ແກ່ບັນດາປະເທດທຸກຍາກ

      ຖະແຫຼງການຮ່ວມກໍ່ກະຕຸກຊຸກຍູ້ບັນດານັກຜະລິດວັກຊິນ ຕ້ອງເພີ່ມສະມັດຕະພາບ ເພື່ອສະຫງວນໃຫ້ບັນດາປະເທດທຸກຍາກ ແລະ ຮັບປະກັນການໃຫ້ບຸລິມະສິດສະໜອງວັກຊິນຜ່ານກົນໄກ COVAX ແລະ ບັນດາປະເທດມີລາຍຮັບຕ່ຳ, ປານກາງ.
ບັນດານັກຜະລິດວັກຊິນຕ້ອງເພີ່ມສະມັດຕະພາບເພື່ອສະຫງວນໃຫ້ບັນດາປະເທດທຸກຍາກ
(ພາບປະກອບ: TTXVN)
      ໃນຖະແຫຼງການຮ່ວມເຊິ່ງໄດ້ຍົກອອກມາໃນວັນທີ 31 ກໍລະກົດ, ການນຳອົງການອະນາໄມໂລກ (WHO), ອົງການການຄ້າໂລກ (WTO), ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຢືນຢັນລັກສະນະຮີບດ່ວນຂອງເລື່ອງສະໜອງຄວາມສາມາດສຳຜັດກັບວັກຊິນກັນໂຄວິດ-19, ບັນດາການວິໄຈແລະ ວີທີການປິ່ນປົວໃຫ້ປະຊາຊົນທຸກຄົນໃນທົ່ວໂລກ. ບັນດາອົງການໄດ້ຮຽກຮ້ອງໃຫ້ບັນດາປະເທດ ຜັນຂະຫຍາຍໂຄງການສັກວັກຊິນກັນໂຄວິດ-19 ໃນວົງກວ້າງ ສຳເລັດ ຈົ່ງແບ່ງປັນແຫຼ່ງວັກຊິນຂອງຕົນໃຫ້ບັນດາປະເທດມີລາຍຮັບຕ່ຳ ຫຼື ມີລາຍຮັບປານກາງ ກໍຄືຜ່ານກົນໄກແຈກຢາຍວັກຊິນ COVAX ຫຼື AVAT.
      ຖະແຫຼງການຮ່ວມກໍ່ກະຕຸກຊຸກຍູ້ບັນດານັກຜະລິດວັກຊິນຕ້ອງເພີ່ມສະມັດຕະພາບ ເພື່ອສະຫງວນໃຫ້ບັນດາປະເທດທຸກຍາກ ແລະ ຮັບປະກັນການໃຫ້ບຸລິມະສິດສະໜອງວັກຊິນຜ່ານກົນໄກ COVAX ແລະ ບັນດາປະເທດມີລາຍຮັບຕ່ຳ, ປານກາງ.
      ຕາມເວັບໄຊຊະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 01 ສິງຫາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 198.501.621 ຄົນ, ໃນນັ້ນມີຜູ້ເສຍຊີວິດ 4.232.290 ຄົນ. ອາຊີ ກວາມເອົາ 1/3 ຈຳນວນຜູ້ຕິດເຊື້ອພະຍາດ (ກວ່າ 62 ລ້ານຄົນ), ເຊິ່ງແມ່ນພາກພື້ນຖືກຜົນສະທ້ອນຫຼາຍທີ່ສຸດໃນໂລກ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top