ໄປເຂດ ໄຕບັກ
ຢ້ຽມຊົມລະດູເກັບກ່ຽວເຂົ້າ ຕົ້ນເດືອນ ກັນຍາ, ຕຸລາ ແຕ່ລະປີແມ່ນຈຸດເວລາສວຍງາມທີ່ສຸດຂອງພູພາປ່າໄມ້ເຂດ ໄຕບັກ, ຍາມລະດູເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດ. ນັ້ນກໍ່ແມ່ນຈຸດເວລາທີ່ອາກາດຢູ່ເຂດ ໄຕບັກ ເໝາະແກ່ການໄປທ່ອງທ່ຽວ. ບັນດາສະຖານທີ່ຢ້ຽມຊົມເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດທີ່ມີຊື່ສຽງລວມມີ: ຊາປາ (ແຂວງ ລາວກາຍ), ມຸ່ກາງຈາຍ (ແຂວງ ອຽນບາຍ).
(ພາບ: ນາມເຈິ່ນ)
ຮັບຊົມດວງຕາເວັນຂຶ້ນຢູ່ທະເລ ທາຍບິ່ງ
ທະເລ ທາຍບິ່ງ ຂຶ້ນກັບຕາແສງ ທຸຍຊວັນ, ເມືອງ ທາຍຖຸຍ, ແຂວງ ທາຍບິ່ງ. ເພື່ອຮັບຊົມດວງຕາເວັນຂຶ້ນຢູ່ແຫ່ງນີ້, ນັກທ່ອງທ່ຽວຕ້ອງມາເຂດຫາດຊາຍທະເລແຕ່ເວລາ 4 ໂມງເຊົ້າ.
(ພາບ: ດວ່ານງອັກແອັງ)
ອ່າວ ຮະລອງ
ມາທ່ອງທ່ຽວຢູ່ເຂດອ່າວ ຮະລອງ, ພວກເພື່ອນຈະໄດ້ຮັບຊົມສະຖາປັດຕະຍາກຳຂອງທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ເປັນເອກະລັກສະເພາະ. ຢູ່ແຫ່ງນີ້ມີເກາະໃຫຍ່, ນ້ອຍນັບຮ້ອຍເກາະ, ພ້ອມກັບຖ້ຳແຫ່ງຕ່າງໆ.
(ພາບ: baoquangninh.com.vn)
ໂນນຊາ ແທັງເຈືອງ ເງະອານ
ເງະອານ ຍາມໃດກໍ່ດຶງດູດໃຈນັກທ່ອງທ່ຽວ ດ້ວຍເຂດຮ່ອງຮອຍປະຫວັດສາດ, ທິວທັດທຳມະຊາດ, ຄື: ເຂດຮ່ອງຮອຍປະຫວັດສາດ ກິມລຽນ ເຊ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ຫາດຊາຍທະເລ ເກືອລໍ, ປ່າສະຫງວນແຫ່ງຊາດ ຝຸ່ມາດ, ໂນນຊາ ແທັງເຈືອງ…
(ພາບ: vtc.vn)
ກຸຍເຍີນ, ບິ່ງດິ້ງ
ກຸຍເຍີນ ມີຫາດຊາຍທະເລແບບປະຖົມປະຖານ, ທິວທັດທຳມະຊາດສວຍງາມທີ່ສຸດ, ພົ້ນເດັ່ນແມ່ນເຂດ ແອວຢໍ. ໄປ ແອວຢໍ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມທະເລທີ່ກວ້າງໃຫຍ່ໄພສານເທົ່ານັ້ນ, ຫາກຍັງໄດ້ຮັບຊົມຜາຫີນທີ່ເປັນເອກະລັກສະເພາະຢູ່ທ່າມກາງທະເລອີກດ້ວຍ. ທະເລໄປຫາ ແອວຢໍ
(ພາບ: TTXVN)
ຝູກວກ, ກຽນຢາງ
ໄປທ່ອງທ່ຽວຢູ່ ຝູກວກ ໃນເດືອນ ກັນຍາ, ພວກເພື່ອນຈະໄດ້ເຫັນຄວາມສວຍງາມທັງໝົດຂອງເກາະດ້ວຍອາກາດທີ່ເຢັນສະບາຍ.