• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ຍົກ​ອອກບ​ັນ​ດາ​ເງື່ອນ​ໄຂ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Masoud Pezeshkian ຊີ້ແຈ້ງວ່າ ອີຣານ ຍາມໃດກໍພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນດ້ວຍເງື່ອນໄຂ “ເຂດນ່ານຟ້າ, ເຂດດິນຕໍ່ແຜ່ນ ແລະ ເຂດທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງບໍ່ຖືກນຳໃຊ້ເພື່ອບຸກໂຈມຕີປະຊາຊົນ ອີຣານ”.
  ທ່ານປະທານາທິບໍດີ ອີຣານ Masoud Pezeshkian (ພາບ: WANA/Majid Asgaripour via REUTERS)  

ເຕເຮຣານ ພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ. ສິ່ງດັ່ງກ່າວໂດຍທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ເນັ້ນໜັກໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ ໃນວັນທີ 09 ມີນາ. ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Masoud Pezeshkian ຊີ້ແຈ້ງວ່າ ອີຣານ ຍາມໃດກໍພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນດ້ວຍເງື່ອນໄຂ “ເຂດນ່ານຟ້າ, ເຂດດິນຕໍ່ແຜ່ນ ແລະ ເຂດທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງບໍ່ຖືກນຳໃຊ້ເພື່ອບຸກໂຈມຕີປະຊາຊົນ ອີຣານ”. ສ່ວນທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳ ເພື່ອແນໃສ່ເປົ້າໝາຍບັນດາປະເທດ ອິດສະລາມ ໃນພາກພື້ນ, ພ້ອມທັງຢັ້ງຢືນວ່າ Ankara ຄັດຄ້ານການແຊກແຊງແບບຜິດກົດໝາຍເຂົ້າວຽກງານພາຍໃນຂອງ ອີຣານ.

        ກໍໃນວັນດຽວກັນ, ໃນການຕອບສຳພາດຕໍ່ຊ່ອງໂທລະພາບ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອີຣານ Kazim Garibabadi ໃຫ້ຮູ້ວ່າ ຈີນ, ລັດເຊຍ, ຝລັ່ງ ແລະ ບາງປະເທດໄດ້ຕິດຕໍ່ກັບ ອີຣານ ກ່ຽວກັບການຢຸດຕິສົງຄາມ ຫຼື ບັນລຸໄດ້ຂໍ້ຕົກລົງຢຸດຍິງ. ເຖິງຢ່າງໃດກໍຕາມ, ທ່ານ Garibabadi ເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງທີ່ມີກຳລັງບົ່ມຊ້ອນໃດ ກໍຕ້ອງ “ຮັບປະກັນວ່າ ຈະບໍ່ຊ້ຳຄືນບັນດາການກະທຳເກາະຜິດຕ້ານ ອີຣານ”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top