ຂ່າວສານ

ບັນດາສະຖານທີ່ທ່ອງທ່ຽວດຶງດູດໃຈໃນໂອກາດວັນພັກ 2 ກັນຍາ

ວັນພັກ 4 ວັນເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ. ນີ້ແມ່ນເວລາເພື່ອໃຫ້ຫຼາຍຄົນໄປທ່ອງທ່ຽວພ້ອມກັບຄອບຄົວ, ເພື່ອນມິດ.

  ໄປເຂດ ໄຕບັກ

ຢ້ຽມຊົມລະດູເກັບກ່ຽວເຂົ້າ ຕົ້ນເດືອນ ກັນຍາ, ຕຸລາ ແຕ່ລະປີແມ່ນຈຸດເວລາສວຍງາມທີ່ສຸດຂອງພູພາປ່າໄມ້ເຂດ ໄຕບັກ, ຍາມລະດູເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດ. ນັ້ນກໍ່ແມ່ນຈຸດເວລາທີ່ອາກາດຢູ່ເຂດ ໄຕບັກ ເໝາະແກ່ການໄປທ່ອງທ່ຽວ. ບັນດາສະຖານທີ່ຢ້ຽມຊົມເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດທີ່ມີຊື່ສຽງລວມມີ: ຊາປາ (ແຂວງ ລາວກາຍ), ມຸ່ກາງຈາຍ (ແຂວງ ອຽນບາຍ).

(ພາບ: ນາມເຈິ່ນ)  

  ຮັບຊົມດວງຕາເວັນຂຶ້ນຢູ່ທະເລ ທາຍບິ່ງ

ທະເລ ທາຍບິ່ງ ຂຶ້ນກັບຕາແສງ ທຸຍຊວັນ, ເມືອງ ທາຍຖຸຍ, ແຂວງ ທາຍບິ່ງ. ເພື່ອຮັບຊົມດວງຕາເວັນຂຶ້ນຢູ່ແຫ່ງນີ້, ນັກທ່ອງທ່ຽວຕ້ອງມາເຂດຫາດຊາຍທະເລແຕ່ເວລາ 4 ໂມງເຊົ້າ.

(ພາບ: ດວ່ານງອັກແອັງ)  

  ອ່າວ ຮະລອງ

ມາທ່ອງທ່ຽວຢູ່ເຂດອ່າວ ຮະລອງ, ພວກເພື່ອນຈະໄດ້ຮັບຊົມສະຖາປັດຕະຍາກຳຂອງທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ເປັນເອກະລັກສະເພາະ. ຢູ່ແຫ່ງນີ້ມີເກາະໃຫຍ່, ນ້ອຍນັບຮ້ອຍເກາະ, ພ້ອມກັບຖ້ຳແຫ່ງຕ່າງໆ.

(ພາບ: baoquangninh.com.vn)  

  ໂນນຊາ ແທັງເຈືອງ ເງະອານ

ເງະອານ ຍາມໃດກໍ່ດຶງດູດໃຈນັກທ່ອງທ່ຽວ ດ້ວຍເຂດຮ່ອງຮອຍປະຫວັດສາດ, ທິວທັດທຳມະຊາດ, ຄື: ເຂດຮ່ອງຮອຍປະຫວັດສາດ ກິມລຽນ ເຊ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ຫາດຊາຍທະເລ ເກືອລໍ, ປ່າສະຫງວນແຫ່ງຊາດ ຝຸ່ມາດ, ໂນນຊາ ແທັງເຈືອງ…

(ພາບ: vtc.vn)  

  ກຸຍເຍີນ, ບິ່ງດິ້ງ

ກຸຍເຍີນ ມີຫາດຊາຍທະເລແບບປະຖົມປະຖານ, ທິວທັດທຳມະຊາດສວຍງາມທີ່ສຸດ, ພົ້ນເດັ່ນແມ່ນເຂດ ແອວຢໍ. ໄປ ແອວຢໍ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມທະເລທີ່ກວ້າງໃຫຍ່ໄພສານເທົ່ານັ້ນ, ຫາກຍັງໄດ້ຮັບຊົມຜາຫີນທີ່ເປັນເອກະລັກສະເພາະຢູ່ທ່າມກາງທະເລອີກດ້ວຍ. ທະເລໄປຫາ ແອວຢໍ

(ພາບ: TTXVN)  

  ຝຸອຽນ ໂດຍນອນຢູ່ເຂດດິນແຄມຝັ່ງທະເລທາງພາກໃຕ້, ຝູອຽນ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີທິວທັດທຳມະຊາດດຶງດູດໃຈຫຼາຍແຫ່ງ. ສິ່ງພິເສດຢູ່ທີ່ນີ້ແມ່ນມີເສັ້ນທາງແຄມທະເລທີ່ມີລວງຍາວເກືອບ 200 ກມ. (ພາບ: baolamdong.vn)  

  ຝູກວກ, ກຽນຢາງ

ໄປທ່ອງທ່ຽວຢູ່ ຝູກວກ ໃນເດືອນ ກັນຍາ, ພວກເພື່ອນຈະໄດ້ເຫັນຄວາມສວຍງາມທັງໝົດຂອງເກາະດ້ວຍອາກາດທີ່ເຢັນສະບາຍ.  

  ບ້າຍເຊົາ - ນະຄອນ ວູງເຕົາ

ວູງເຕົ່າ ສຳລັບຜູ້ມັກໄປເຂດທະເລ ແລະ ມັກຖ່າຍຮູບນັ້ນ, ວູງເຕົ່າ ແມ່ນສະຖານທີ່ບໍ່ສາມາດພາດໄດ້ໃນໂອກາດວັນພັກທີ 2 ກັນຍານີ້.

(ພາບ: TTXVN)  

  ດ່າລາດ

ເດືອນ ກັນຍາ, ຢູ່ ດ່າລາດ ຝົນເຊົາຕົກຫຼາຍແລ້ວ ນີ້ແມ່ນເງື່ອນໄຂທີ່ດີຕໍ່ຜູ້ໄປທ່ອງທ່ຽວຄົ້ນຫາໃນໂອກາດວັນທີ 2 ກັນຍາ. (ພາບ: vtc.vn)  

 

 

 

 

 

 


top