• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາມາດຕະການນະວັດຕະກຳລະດັບຊາດຈະໄດ້ໝູນໃຊ້

ລາຍການທ້າທາຍນະວັດຕະກຳ ຫວຽດນາມ 2023 ໄດ້ດຶງດູດ 758 ມາດຕະການເຕັກໂນໂລຊີ ມາຈາກຫຼາຍປະເທດ.
ທ່ານລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ຫງວຽນຈີຢຸ້ງ ກ່າວຄຳເຫັນທີ່ເຫດການ

ຕອນເຊົ້າວັນທີ 8 ກັນຍາ, 12 ມາດຕະການດີເດັ່ນທີ່ສຸດ ຕາງໜ້າໃຫ້ 12 ລາງວັນທີ່ມີຄວາມສາມາດຊຸກຍູ້ຢ່າງແຮງ ວິວັດການຫັນເປັນດີຈີຕອນ ຂອງວິສາຫະກິດ ໄດ້ເຂົ້າຮ່ວມລາຍການທ້າທາຍນະວັດຕະກຳ ຫວຽດນາມ 2023 ໂດຍສູນນະວັດຕະກຳແຫ່ງຊາດ (NIC)  ສົມທົບກັບກຸ່ມບໍລິສັດ Meta ເຊີດຊູຢູ່ຮ່າໂນ້ຍ. ນີ້ແມ່ນ 1 ໃນບັນດາການເຄື່ອນໄຫວຫັນ “ຂໍ້ລິເລີ່ມນະວັດຕະກຳ ຫວຽດນາມ” ຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

 ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນຈີຢຸ້ງ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ:  

ຫວຽດນາມ ພວມມີແຜນນະໂຍບາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບຈະເລີນເຕີບໂຕ ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ ອີງຕາມວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ. ສະພາຜູ້ຊ່ຽວຊານ ໄດ້ຕີລາຄາເປັນທ່າງທຳ, ບັນດາມາດຕະການມີທິດສຳຜັດສັງລວມ, ຍືນຍົງ, ປະສິດທິຜົນໃນການປະຕິບັດ ແລະ ມີຂັ້ນຕອນໃຫ້ແກ່ການຜັນຂະຫຍາຍໃນໄລຍະຍາວນານ. ນະວັດຕະກຳຮຽກຮ້ອງຕ້ອງມີການຮ່ວມແຮງຮ່ວມໃຈ, ເຫັນດີເຫັນພ້ອມຈາກທົ່ວສັງຄົມ.

 ດ້ວຍຫົວເລື່ອງ “ນະວັດຕະກຳພ້ອມກັບວິສາຫະກິດ ໃນການຫັນເປັນດີຈີຕອນ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ” ນັ້ນ, ລາຍການທ້າທາຍນະວັດຕະກຳ ຫວຽດນາມ 2023 ໄດ້ດຶງດູດ 758 ມາດຕະການເຕັກໂນໂລຊີ ມາຈາກຫຼາຍປະເທດ, ໃນນັ້ນ ມີຫຼາຍມາດຕະການທີ່ສາມາດນຳໃຊ້ຢ່າງກ້ວາງຂວາງ ໃຫ້ແກ່ບັນດາອົງການຈັດຕັ້ງ, ວິສາຫະກິດຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top