
ຢູ່ນະຄອນຮ່າໂນ້ຍ (ພາບ: baovanhoa.vn)
ນີ້ແມ່ນວິທີທີ່ນັກຈິດຕະກອນໜຸ່ມ ຫງວຽນແມ້ງກວາງ ພ້ອມດ້ວຍໝູ່ຮ່ວມອາຊີບ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ. ຝາຜະໜັງແຫ່ງຕ່າງໆ ໄດ້ແຕ້ມຮູບພາບກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ມາດຕະການປ້ອງກັນ 5 ປະການຂອງກະຊວງສາທາລະນະສຸກ, ຄຳສະແດງຄວາມຮູ້ບຸນຄຸນ, ຄຳຂອບອົກຂອບໃຈ ຕໍ່ກຳລັງປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດຢູ່ແນວໜ້າ. ນັກຈິດຕະກອນໜຸ່ມ ຫງວຽນແມ້ງກວາງ ແບ່ງປັນວ່າ:
“ກ່ອນນີ້, ຂ້າພະເຈົ້າມັກໄປລະດົມຂອງກິນສະບຽງອາຫານ, ເຄື່ອງນຸ່ງຫົ່ມ ເພື່ອສົ່ງໄປໃຫ້ເດັກໆຢູ່ເຂດຫ່າງໄກສອກຫຼີກ. ແຕ່ຂ້າພະເຈົ້າຢາກເຮັດອັນໃດອັນໜຶ່ງທີ່ມີຄວາມໝາຍກວ່າ ແລະ ຍາວນານກວ່າ ສະນັ້ນ, ຂ້າພະເຈົ້າຈຶ່ງມີແນວຄວາມຄິດແຕ້ມພາບໃສ່ຝາຜະໜັງ. ຖ້າຫາກວ່າ ຂ້າພະເຈົ້າປະຕິບັດສຳເລັດຢູ່ 12 ເມືອງຢູ່ ນະຄອນ ຮ່າໂນ້ຍ, ກິດຈະກຳນີ້ ຈະແຜ່ກະຈາຍອອກສູ່ທຸກແຖບຖິ່ນໃນທົ່ວປະເທດ”.ດ້ວຍຮູບແບບໂຄສະນາທີ່ພິເສດນີ້, ກຸ່ມນັກຈິດຕະກອນໜຸ່ມ ເຊື່ອໝັ້ນວ່າ ປະຊາຊົນທຸກຄົນ ຈະມີຄວາມຮັບຮູ້ໄດ້ເຖິງຄວາມຮັບຜິດຊອບຂອງຕົນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)