• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ຮັບປະກັນຄວາມ ສະຖຽນລະພາບຢູ່ມຽນມາ

      ຜູ້ຕາງໜ້າບັນດາປະເທດລ້ວນແຕ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການໃຊ້ຄວາມຮຸງແຮງຖືກປີນຂັ້ນໄດ
ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ
(ພາບ: TTXVN)
      ວັນທີ 05 ມີນາ (ຕາມເວລາອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຂອງມຽນມາ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດລ້ວນແຕ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການໃຊ້ຄວາມຮຸງແຮງຖືກປີນຂັ້ນໄດ, ກໍ່ຄວາມບາດເຈັບລົ້ມຕາຍໃຫ້ແກ່ສາມັນຊົນ ແລະ ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ, ສ້າງສະພາບເປັນປົກກະຕິ, ແກ້ໄຂບັນຫາຜ່ານການເຈລະຈາ. ຜູ້ຕາງໜ້າບັນດາປະເທດໄດ້ຕີລາຄາສູງຄວາມມານະພະຍາຍາມຂອງອາຊຽນ ແລະ ບັນດາປະເທດສະມາຊິກຂອງສະຫະສະມາຄົມ, ພ້ອມທັງສະແດງຄວາມປາດຖະໜາວ່າ ອາຊຽນ ສືບຕໍ່ປະກອບສ່ວນຫຼາຍກວ່າ ເພື່ອຊອກຫາມາດຕະການໃນຕໍ່ໜ້າ ແລະ ຍາວນານໃຫ້ແກ່ບັນຫາມຽນມາ.
        ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຕິດຕາມສະພາບການຢ່າງໃກ້ຊິດ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປໃນປະຈຸບັນຢູ່ມຽນມາ, ທ່ານ ດັ້ງດິ່ງກຸຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ, ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ດຳເນີນການເຈລະຈາເພື່ອມຸ່ງໄປເຖິງມາດຕະການແກ້ໄຂຢ່າງສົມເຫດສົມຜົນ.
        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ເນັ້ນໜັກວ່າ, ອາຊຽນ ພ້ອມແລ້ວທີ່ຈະໜູນຊ່ວຍມຽນມາ ດ້ວຍເຈດຕະນາດີ, ເໝາະສົມກັບບັນດາຈຸດປະສົງ, ຫຼັກການ ແລະ ລະບຽບການທີ່ໄດ້ກຳນົດໃນກົດບັດຂອງອາຊຽນ.
(ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top