• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດານັກວິທະຍາສາດປະກອບຄຳເຫັນໃຫ້ແກ່ອະນຸກຳມະການເສດຖະກິດ,ສັງຄົມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ

      ຕອນບ່າຍວັນທີ 13 ພຶດສະພາ, ຢູ່່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມບັນດານັກວິທະຍາສາດປະກອບຄຳເຫັນໃຫ້ແກ່ອະນຸກຳມະການເສດຖະກິດ, ສັງຄົມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ກອງປະຊຸມແມ່ນເພື່ອໃຫ້ບັນດານັກວິທະຍາສາດປະກອບຄຳເຫັນໃສ່ບັນດາເອກະສານສຳຄັນນັ້ນແມ່ນ ຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ 2021 – 2025. ທ່ານນາຍົກລັດກຖະມົນຕີສະເໜີໃຫ້ບັນດານັກວິທະຍາສາດຕີລາຄາສະພາບຕົວຈິງຂອງປະເທດຊາດໃນທຸກດ້ານ, ນັບທັງດ້ານດີ, ດ້ານອ່ອນ ແລະ ບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດ, ສາຍເຫດ; ພິເສດແມ່ນນຳສະເໜີບັນດາທັດສະນະ, ບັນດາການກຳນົດທິດ, ໜ້າທີ່, ບາດກ້າວບຸກທະລຸພັດທະນາ, ມາດຕະການແກ້ໄຂໃນໄລຍະ 5 ປີ, 10 ປີຈະມາເຖິງ, ວິໄສທັດຮອດປີ 2045 ໃນທຸກຂົງເຂດ… 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top