• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນໄດ້ເປັນເຈົ້າການຮັບມືກັບພາຍຸທີ່ມີຊື່ສາກົນວ່າ VAMCO

      ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບ ໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບບັນດາແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການຕິດຕາມການຜັນແປຂອງພາຍຸຢ່າງໃກ້ຊິດ

ການຄາດຄະເນ ທິດເຄື່ອນໄປຂອງ ພາຍຸ VAMCO
(ພາບ: ສູນພາຍາກອນອຸຕຸນິຍົມ - ອຸທົກກະສາດ ຫວຽດນາມ)
      ຄະນະກຳມະການຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບ ທີ່ຫາກໍ່ມີໂທລະເລກທາງການດ່ວນ ສົ່ງໄປຍັງ ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ ໄພທຳມະຊາດ ແລະ ຄົ້ນຫາຜູ້ປະສົບເຄາະຮ້າຍຢູ່ບັນດາແຂວງ, ນະຄອນ ຢູ່ແຄມທະເລ ນັບແຕ່ແຂວງແທັງຮວາ ຕະຫຼອດຮອດ ແຂວງບິ່ງທ້ວນ, ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຄົ້ນຫາ ກູ້ໄພກູ້ຊີບຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ເປັນເຈົ້າການໃນການຮັບມືກັບພາຍຸ VAMCO.
            ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບ ໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບບັນດາແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການຕິດຕາມການຜັນແປຂອງພາຍຸຢ່າງໃກ້ຊິດ, ແຈ້ງໃຫ້ບັນດາເຈົ້າຂອງພາຫະນະ, ເຈົ້າຂອງກ່ຳປັ່ນ, ເຮືອທີ່ພວມເຄື່ອນໄຫວຢູ່ທະເລຮັບຮູ້ທີ່ຕັ້ງ, ທິດເຄື່ອນໄປຂອງພາຍຸ ແລະ ການຜັນແປຂອງພາຍຸເພື່ອເປັນເຈົ້າການຫຼີກລ້ຽງ, ອອກຈາກບ່ອນເກີດພາຍຸ ຫຼື ບໍ່ເຂົ້າເຂດອັນຕະລາຍ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top