• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນສືບຕໍ່ຄວບຄຸມການແຜ່ລະບາດຂອງໂລກລະບາດ ໂຄວິດ-19 ຢ່າງເຄັ່ງຄັດ

ຕອນບ່າຍວັນທີ 20 ເມສາ, ທີ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ນະຄອນ ຮ່າໂນ້ຍ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໃຫ້ຮູ້ວ່າ: ພ້ອມກັບນະຄອນ ໂຮ່ຈີມິນ, ຮ່າໂນ້ຍ ໄດ້ສະເໜີລັດຖະບານ ຫລຸດຜ່ອນການແຍກຫ່າງໃນສັງຄົມພາຍຫລັງວັນທີ 22 ເມສາ.
ທ່ານ ຫງວຽນດຶກຈູງ ເນັ້ນໜັກວ່າ: ເພື່ອສະກັດກັ້ນຄວາມສ່ຽງຕິດແປດ ພວກເຮົາຄວນແກ່ຍາວໄລຍະເວລາແຍກຕົວຢູ່ຄອບຄົວແຕ່ 14 – 30 ວັນສຳລັບຜູ້ຕິດເຊື້ອ ໂຄວິດ-19 ທີ່ໄດ້ປິ່ນປົວຫາຍດີແລ້ວ ແລະ ຜູ້ໄດ້ປະຕິບັດໝົດໄລຍະເວລາແຍກຕົວລວມໝູ່.

ພາບປະກອບ / TTXVN

ທີ່ແຂວງ ບັກຢາງ, ທ່ານ ເລແອງເຢືອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງແຂວງ ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ໃຫ້ເປັນຢ່າງດີ; ຄວບຄຸມການແຜ່ລະບາດຢ່າງເຄັ່ງຄັດ. ແຂວງ ຈະສືບຕໍ່ຍູ້ໄວຄວາມຄືບໜ້າການວິໄຈໄວຣັດ SARS-CoV-2 ສຳລັບກໍລະນີໃດທີ່ມີຄວາມສ່ຽງຕິດແປດສູງ.

        ຕອນຄ່ຳວັນທີ 20 ເມສາ, ແຂວງ ບັກນິງ ໃຫ້ຮູ້ວ່າ: ໄດ້ຮັບເອົາ ແລະ ປະຕິບັດການແຍກຕົວສຳລັບນັກຊ່ຽວຊານ, ແຮງງານເຕັກນິກຊາວຕ່າງປະເທດ 71 ຄົນ ທີ່ມາເຮັດວຽກຢູ່ບໍລິສັດ Funing Precision Component ຫວຽດນາມ ຈຳກັດ.

 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top