ຂ່າວສານ
ບັນດາຄູ່ຮ່ວມມືຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ໄດ້ໃຫ້ຄຳໄໝັ້ນສັນຍາໜູນຊ່ວຍ ໃຫ້ແກ່ປະຊາຊົນພາກກາງຫວຽດນາມ

ບັນດາຄູ່ຮ່ວມມືປະຊຸມກ່ຽວກັບສະພາບການຢູ່ພາກກາງຫວຽດນາມ (ພາບ:baotainguyenmoitruong.vn)
ນີ້ແມ່ນບັນດາຕົວເລກຕີລາຄາໄວ ກ່ຽວກັບສະພາບພະຍຸນ້ຳຖ້ວມເຂດພາກກາງ ໂດຍບັນດາຄູ່ຮ່ວມມືຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ຍົກອອກມາທີ່ການປະຊຸມໃນຕອນເຊົ້າວັນທີ 26 ຕຸລາຢູ່ຮ່າໂນ້ຍ.
ບັນດາຄູ່ຮ່ວມມືດັ່ງກ່າວຖືວ່າ: ຕ້ອງສ້າງແຜນການຮັບມືຕາມຂະແໜງການ ລວມມີການປະສານສົມທົບຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອກຳໄດ້ບັນດາຄວາມຕ້ອງການທີ່ຈຳເປັນ ແລະ ບັນດາການເຄື່ອນໄຫວຮັບມືບຸລິມະສິດ; ສ້າງແຜນການລະຫວ່າງຂະແໜງ. ທ່ານ Andrew Jeffries, ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີປະຈຳຫວຽດນາມ, ຕີລາຄາວ່າ:ພວກຂ້າພະເຈົ້າຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການກ່ຽວຂ້ອງ ເຖິງການໜູນຊ່ວຍໄລຍະຍາວໃຫ້ແກ່ປະຊາຊົນເຂດພາກກາງທີ່ຖືກຜົນສະທ້ອນຈາກພະຍຸນ້ຳຖ້ວມ. ພວກຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງສຸມໃສ່ບັນດາຄວາມຕ້ອງການໃນສະເພາະໜ້າ ແລະ ຍາວນານໃຫ້ແກ່ຊີວິດຂອງປະຊາຊົນ. ປະຈຸບັນ, ທະນາຄານພັດທະນາອາຊີ ມີກອງທຶນຮີບດ່ວນໃຫ້ແກ່ບັນດາປະເທດໃນພາກພື້ນອາຊີປາຊີຟິກ ແລະ ພວກຂ້າພະເຈົ້າພວມໃນວິວັດການຮຽກຮ້ອງບັນດາອົງການສະໜັບສະໜູນກອງທຶນນີ້. ຫວັງວ່າ ໃນໄລຍະຈະມາເຖິງ, ກອງທຶນນີ້ ຈະໜູນຊ່ວຍປະຊາຊົນຜູ້ຖືກຜົນສະທ້ອນຂອງຫວຽດນາມ ເປັນຢ່າງດີທີ່ສຸດ.
ທ່ານ Andrew Jeffries ຍັງໃຫ້ຮູ້ຕື່ມອີກວ່າ, ໄລ່ຮອດວັນທີ 24 ຕຸລາ, ບັນດາຄູ່ຮ່ວມມືຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຈຳນວນເງິນເກືອບ 3 ລ້ານ USD ໃຫ້ແກ່ປະຊາຊົນພາກກາງຫວຽດນາມ ເພື່ອແກ້ໄຂຜົນຮ້າຍໂດຍສະພາບຝົນຕົກພະຍຸກໍ່ຂຶ້ນ.
(ແຫຼ່ງຄັດຈາກ VOV)