• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ ຢູ່ຕ່າງປະເທດ

ຕອນຄ່ຳວັນທີ 02 ກັນຍາ, ຢູ່ນະຄອນຫຼວງ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026) ຢ່າງສົມກຽດ.
  ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ. (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຟ້າມ​ແທັງ​ບິ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ເນັ້ນ​ໜັກ​ວ່າ ຜ່າ​ນ​ໄລ​ຍະ 8 ທົດ​ສະ​ຫວັດ​ແຫ່ງ​ການສ້າງສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ພິ​ເສດ​ພາຍ​ຫຼັງ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່່, ຫວຽດ​ນາມ ບັນ​ລຸ​ໄດ້ຫຼາຍ​ຜົນ​ງານ​ໃຫຍ່​ຫຼວງ, ຮອບ​ດ້ານ. ຫວຽດ​ນາມ ໄດ້​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ, ມີ​ອິດ​ທິ​ພົນ​ຊື່​ສຽງ​ທີ່​ນັບ​ມື້​ນັບ​ສູງ; ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິ​ດ​ຊອບ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ​ ແລະ ໃນ​ໂລກ.

ຢູ່ ອິນ​ເດຍ, ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ - ຫວຽດ​ນາມ ກໍ່ໄດ້​ຈັດພິ​ທີ​ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່​ນະ​ຄອນ Kolkata, ລັດ Bengal ຕາ​ເວັນ​ຕົກ. ພາຍ​ຫຼັງ​ພິ​ທີ​ຖະ​ຫວາຍ​ດອກ​ໄມ້, ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ - ຫວຽດ​ນາມ​ ກໍ່ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ ຫວຽດ​ນາມ ແລະ ການ​ພົວ​ພັນ​ກັບ ອິນ​ເດຍ. ກ່າວ​ຄຳ​ເຫັນ​ຢູ່​ທ​ີ່ນີ້, ທ່ານ Kusum Jain, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ - ຫວຽດ​ນາມ ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ເຖິງ​ປະ​ຊາ​ຊົນ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 81 ປີ.

(ແຫຼ່ງຄັດຈາກ VOV)

ເສດ​ຖະ​ກິດ​ເດືອນ​ສິງ​ຫາ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດ​ເດືອນ​ສິງ​ຫາ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ຫວຽດ​ນາມ ​ສືບ​ຕໍ່ແມ່ນ​ຈຸດ​​ນັດ​ພົບ​ທີ່​ດຶດງ​ດູ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ສະ​ແດງ​ອອກ​ດ້ວຍ​ຕົວ​ເລກ 1.99 ລ້ານ​ເທື່ອ​ຄົນ​ມາ ຫວຽດ​ນາມ​ໃນ​ເດືອນ​ຜ່ານ​ມາ.

Top