• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52

ໂດຍສືບຕໍ່ບັນດາການເຄື່ອນໄຫວນອນໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ໄດ້ແບ່ງປັນການຕີລາຄາຂອງບັນດາປະເທດ ອາຊຽນ ກ່ຽວກັບຄວາມໝາຍສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອາເມລິກາ ແລະ ຢັ້ງຢືນວ່າ ຈະສົມທົບກັບບັນດາປະເທດ ອາຊຽນ ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືລະຫວ່າງ 2 ຝ່າຍໃຫ້ແທດຈິງ, ເປັນຕົ້ນແມ່ນຍູ້ແຮງການແລກປ່ຽນການຄ້າ - ການລົງທຶນ, ປ່ຽນແປງໃໝ່ເຕັກໂນໂລຊີ ແລະ ປະດິດຄິດສ້າງ, ປັບຕົວໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0, ພະລັງງານ, ການພັດທະນາພື້ນຖານໂຄງລ່າງ…

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ (ພາບ: TTXVN)

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານ ຟ້າມບີ່ງມິງ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປສັບສົນໃນພື້ນທີ່ຕົວຈິງຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການລະງັບໃຈ, ບໍ່ມີການກະທຳທີ່ເຮັດໃຫ້ສະພາບການສັບສົນ, ລ່ວງລ້ຳອຳນາດອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດແຄມຝັ່ງທະເລ, ບໍ່ຫັນເປັນການທະຫານ, ຈົ່ງລະງັບໃຈ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ກຳລັງຂອງກອງທັບ, ເຄົາລົບກົດໝາຍສາກົນຢ່າງເຂັມງວດ ໃນນັ້ນມີ UNCLOS 1982, ສ້າງ COC ໃຫ້ສຳເລັດໂດຍໄວມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ.

        ແລະກໍ່ໃນວັນທີ 01 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 ໄດ້ດຳເນີນກອງປະຊຸມລັດຖະມົນຕີຫົວຄິດປະດິດສ້າງຍ່ານລຸ່ມແມ່ນ້ຳຂອງ (LMI) ຄັ້ງທີ 12. ກອງປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາມຸດວິໄນ ເປັນປະທານຮ່ວມ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ເລຂາທິການໃຫຍ່ ອາຊຽນ.

        ແລະກໍ່ໃນຕອນບ່າຍວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ກໍ່ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາຄັ້ງທີ 10 (MGC-10) ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ໄທ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ສະເໜີບາງບຸລິມະສິດການຮ່ວມມືໃນໄລຍະຈະມາເຖິງຄື: ເພີ່ມທະວີການຮ່ວມມືເຊື່ອມຕໍ່, ພິເສດແມ່ນການເປີດກ້ວາງແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ, ແລວທາງເສດຖະກິດພາກໃຕ້ໄປຮອດ ອິນເດຍ ດ້ວຍທາງບົກ ແລະ ທາງທະເລ, ກໍ່ຄືເປີດກ້ວາງເສັ້ນທາງຄວາມໄວສູງ ອິນເດຍ - ມຽນມາ - ໄທ ໄປຫາ ກຳປູເຈຍ, ລາວ ແລະ ຫວຽດນາມ, ພ້ອມທັງຕັ້ງໜ້າຄົ້ນຄວ້າບັນດາໂຄງການໜູນຊ່ວຍພັດທະນາຕາໜ່າງຄົມມະນາຄົມດ້ວຍຫລາຍວິທີເຊື່ອມຕໍ່ພາກພື້ນແມ່ນ້ຳຂອງ ແລະ ອິນເດຍ…

        ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີ MGC ຄັ້ງທີ 10, ແຜນການດຳເນີນງານການຮ່ວມມື MGC ໄລຍະປີ 2019 – 2022 ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາຄັ້ງທີ 11 ຢູ່ ຫວຽດນາມ ໃນປີ 2020.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top