ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ ທ່ານນາຍົກລັດຖະມົນຕີ ອິນເດຍ
ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນ 9/2017
(ພາບ: Nhan Sáng/TTXVN)
ເນື່ອງໃນໂອກາດທ່ານປະທານປະເທດເຈີ່ນດ້າຍກວາງມີການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ປະເທດ ສ. ອິນເດຍ ລະຫວ່າງວັນທີ 02-04 ມີນາ, ນັກຂ່າວສຳນັກງານຂ່າວສານຫວຽດນາມໄດ້ມີການສຳພາດສາດສະດາຈານ, ປະລິນຍາເອກ Pankaj Jha ກ່ຽວກັບການພົວພັນຫວຽດນາມ - ອິນເດຍ.
ສາດສະດາຈານ, ປະລິນຍາເອກ Pankaj Jha ໃຫ້ຮູ້ວ່າ ພາຍໃນ 03 ປີມໍ່ໆມານີ້, ບັນດາການເຄື່ອນໄຫວຕັ້ງໜ້າໃນການພົວພັນ ອິນເດຍ - ຫວຽດນາມໄດ້ເປີດອອກບັນດາກາລະໂອກາດການຮ່ວມມືໃໝ່ລະຫວ່າງສອງຝ່າຍ. ສິ່ງເຫຼົ່ານີ້ລວມມີຄວາມຮູ້ທາງດ້ານການເມືອງກ່ຽວກັບບັດດາຂົງເຂດເອົາໃຈໃສ່ເປັນຕົ້ນຕໍ, ບັນດາຂົງເຂດທາງດ້ານການປ້ອງກັນຊາດ - ຍຸດທະສາດ, ເພີ່ມທະວີດ້ານການຄ້າ ແລະ ການລົງທຶນ, ຍົກສູງຄວາມສາມາດປະດິດແຕ່ງ, ການສຶກສາ, ສາທາລະນະສຸກ, ພະລັງງານ, ກະສິກຳ, ເພີ່ມທະວີການພົວພັນການທ່ອງທ່ຽວ, ວັດທະນາທຳ ແລະ ເຊື່ອມຕໍ່ທັງພື້ນຖານໂຄງລ່າງ ແລະ ດີຈີຕອນ, ເພີ່ມທະວີດ້ານສິນເຊື່ອ ແລະ ຊອກຫາບັນດາຂະແໜງການໃໝ່ຂອງການພົວພັນຄູ່ຮ່ວມມືທີ່ກຳລັງພັດທະນາ. ບັນດາການເຄື່ອນໄຫວຕັ້ງໜ້າດັ່ງກ່າວ ສະແດງໃຫ້ເຫັນສະພາບຄວາມຈິງແມ່ນ ສອງປະເທດພ້ອມແລ້ວທີ່ນຳສາຍພົວພັນຂຶ້ນສູ່ລະດັບສູງໃໝ່.
ໃນສະຖານນະການນັ້ນ, ສາດສະດາຈານ Pankaj Jha ຖືວ່າ ການເດີນທາງໄປຢ້ຽມຢາມຂອງທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ເຈີນດ້າຍກວາງ ແມ່ນເຫດການທີ່ສຳຄັນ. ໃນການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ສ້າງໂຄງການດຳເນີນງານລວມແກ່ແຜນການເຄື່ອນໄຫວ ປີ 2018 – 2020 ເພື່ອປະຕິບັດ ແລະ ຜັນຂະຫຍາຍບັນດາມາດຕະການ, ຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ລົງນາມກັນໃນການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີ Modi ຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)