• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວຈັດຕັ້ງບຸນເຕັດໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານທຸກຍາກ, ເດັກນ້ອຍຢູ່ເຂດຊາຍແດນ

      ຕອນບ່າຍວັນທີ 8 ມັງກອນ, ຢູ່ເກາະ ຟຸ໊ກ໊ວກ, ແຂວງກຽນຢາງ, ສະຫະພັນແຮງງານ ເມືອງ ຟູ໊ກ໊ວກ ໄດ້ຈັດຕັ້ງ ບຸນເຕັດແຫ່ງການເຕົ້າໂຮມຮັບຕ້ອນລະດູບານໃໝ່ປີຊວດ 2020 ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເມືອງເກາະດັ່ງກ່າວ. 

ໜ້າຄະນະຈັດຕັ້ງລາຍການຮັບ ເງິນອຸດໜຸນຂອງບັນດານັກອຸປະຖຳ (ພາບ: TTXVN)
      ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ເນັ້ນໜັກວ່າ ລາຍການ “ບຸນເຕັດແຫ່ງການເຕົ້າໂຮມ” ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ເບິ່ງແຍງດູແລ ຂອງ ອົງການຈັດຕັ້ງກຳມະບານທີ່ມີຕໍ່ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງໃນໂອກາດບຸນເຕັດວຽນມາເພື່ອໃຫ້ ກຳມະກອນ, ຊາວຜູ້ອອກແຮງງານ ແຕ່ລະຄົນລ້ວນແຕ່ໄດ້ຕ້ອນຮັບມີບຸນເຕັດທີ່ອົບອຸ່ນ, ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.
        ແລະກໍ່ໃນວັນດຽວກັນ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 3, ຢູ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ ເຮືອນເລກທີ 58 ຖະໜົນກ໊ວານຊື໊, ຮ່າໂນ້ຍ, ດ້ວຍຫົວຂໍ້ວ່າ “ລະດູບານໃໝ່ຢູ່ເຂດຊາຍແດນ - ຕໍ່ກໍາລັງແຮງຊ່ວຍເຫຼືອພວກນ້ອງໄປໂຮງຮຽນ”. ລາຍການແມ່ນເປັນການແບ່ງປັນ, ຕໍ່ກໍາລັງແຮງຊ່ວຍເຫຼືອພວກນ້ອງໆນັກຮຽນຢູ່ເມືອງຊາຍແດນຂອງບັນດາແຂວງທາງພາກກາງຄື ແທັງຮ໊ວາ, ເງະອານ, ຮ່າຕິງ…ໄດ້ໄປໂຮງຮຽນ.
        ຕອນບ່າຍວັນທີ 8 ມັງກອນ, ສະພາປົກປ້ອງ - ກອງທຶນປົກປ້ອງ ເດັກນ້ອຍແຂວງບິ່ງເຢືອງໄດ້ຈັດຕັ້ງລາຍການ “ລະດູບານໃໝ່ກັບ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ” ຢູ່ແຂວງບິ່ງເຢືອງຄັ້ງທີ XIII ປີ 2020. ໃນໂອກາດນີ້, ບັນດາຜູ້ໃຈບຸນ, ໃຈກຸສົນ, ວິສາຫະກິດ ຢູ່ ແຂວງບິ່ງເຢືອງໄດ້ມອບເງິນ 6,7 ຕື້ດົ່ງໃຫ້ແກ່ກອງທຶນປົກປ້ອງ ເດັກນ້ອຍ ແຂວງບິ່ງເຢືອງ ເພື່ອແນໃສ່ປະກອບສ່ວນຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດ ໄດ້ຕ້ອນຮັບບຸນເຕັດ ແລະ ມີເງື່ອນໄຂຮ່ຳຮຽນທີ່ດີກ່ວາອີກໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top