• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການນຳໂລກສືບຕໍ່ສົ່ງໂທລະເລກອວຍພອນທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ

ໃນສານອວຍພອນ, ກະສັດ ມາເລເຊຍ Al-Sultan Abdullah ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ຫວໍວັນເຖືອງ, ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ມີການເຕີບໂຕເສດຖະກິດຢ່າງແຮງກ່ວາອີກ.
  ທ່ານ ຫວໍວັນເຖືອງ ທີ່ພິທີສະບານຕົວເຂົ້າດຳລົງຕຳແໜ່ງ (ພາບ:TTXVN)  

ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ໄດ້ເລືອກຕັ້ງ ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ສສ ຫວຽດນາມ, ການນຳບັນດາປະເທດຄື: ມາເລເຊຍ, ເຢຍລະມັນ, ອາເມລິກາ, ການາດາ, ອາກເມນີ, ໂປໂລຍ, ແດນມາກ, ກາຊັກສະຖານ, ແຟງລັງ… ແລະ ທ່ານເລຂາທິການໃຫຍ່ ສປຊ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ.

ໃນສານອວຍພອນ, ກະສັດ ມາເລເຊຍ Al-Sultan Abdullah ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ຫວໍວັນເຖືອງ, ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ມີການເຕີບໂຕເສດຖະກິດຢ່າງແຮງກ່ວາອີກ. ກະສັດ ມາເລເຊຍ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ຫວໍວັນເຖືອງ ເພື່ອປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ມາເລເຊຍ ກ່ວາອີກ.

ທ່ານປະທານາທິບໍດີ ສ. ສະຫະພັນ ເຢຍລະມັນ Frank -Walter Steinmeier ເນັ້ນໜັກວ່າ: ເຢຍລະມັນ ແລະ ຫວຽດນາມ ມີການພົວພັນມິດຕະພາບທີ່ໄມຕີຈິດມາແຕ່ດົນນານ; ທ່ານຢັ້ງຢືນຈະພ້ອມກັບ ຫວຽດນາມ ຮ່ວມມືເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ແຮງງານ ແລະ ການຮ່ວມມືໃນບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ສານທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ; ປາດຖະໜາຢາກພ້ອມກັບທ່ານ ປະທານປະເທດ ຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງສອງປະເທດບົນພື້ນຖານບັນດາຜົນປະໂຫຍດລວມ.

ສານຜູ້ມີອຳນາດເຕັມແຫ່ງ ການາດາ ທ່ານນາງ Mary Simon ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ການາດາ ໄດ້ ແລະ ພວມພັດທະນາຢ່າງແຮງ ໃນຂອບເຂດຄູ່ຮ່ວມມືຮອບດ້ານ, ອີງໃສ່ຜົນປະໂຫຍດລວມ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ.

(ແຫຼ່ງຄັດຈາກ VOV)

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.

Top