• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີປະສິດທິຜົນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳບັນດາຫົວໜ່ວຍ ຈົ່ງບໍລິຫານນະໂຍບາຍເງິນຕາ, ປີການເງິນຢ່າງຄົບຊຸດ, ມີໄຫວພິບ ເພື່ອປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຕັ້ງໜ້າໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ

ວັນທີ  12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ ໃນນັ້ນ ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ອົງການທີ່ກ່ຽວຂ້ອງ, ການນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຈັດຕັ້ງປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີປະສິດທິຜົນ, ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ.

(ພາບປະກອບ: tapchitaichinh.vn)

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຫົວໜ່ວຍຕ່າງໆ ຈົ່ງສຸມໃສ່ປະຕິບັດເນື້ອໃນຕົ້ນຕໍ ຄື ຜັນຂະຫຍາຍແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (2022 – 2023) ຢ່າງສະເໝີຕົ້ນສະເໝີປາຍ, ຄົບຊຸດ ຕາມທິດນຳທີ່ວ່າ ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ຮັບປະກັນການຜະລິດ, ດຳເນີນທຸລະກິດຢ່າງປອດໄພ, ປັບຕົວກັບການຜັນແປຂອງໂລກລະບາດໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ສ້າງໂຄງການ, ແຜນການເຄື່ອນໄຫວຢ່າງລະອຽດເພື່ອປະຕິບັດບັນດາໜ້າທີ່, ມາດຕະການທີ່ໄດ້ຮັບມອບໝາຍໃນມະຕິສະບັບເລກທີ 11 ຂອງ ລັດຖະບານ ກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳບັນດາຫົວໜ່ວຍ ຈົ່ງບໍລິຫານນະໂຍບາຍເງິນຕາ, ປີການເງິນຢ່າງຄົບຊຸດ, ມີໄຫວພິບ ເພື່ອປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຕັ້ງໜ້າໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. 

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top