• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາກອງປະຊຸມສຳມະນາໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ (SOM 3)

      ທີ່ກອງປະຊຸມສຳມະນາ, ຜູ້ແທນທີ່ມາຈາກບັນດາພື້ນຖານເສດຖະກິດ APEC ພ້ອມກັນແບ່ງປັນ, ແລກປ່ຽນ, ປຶກສາຫາລື ບັນດາມາດຕະການປັບປຸງ ແລະ ຊຸກຍູ້ການນຳໃຊ້ບັນດາມາດຖານ ແລະ ກົນໄກຕີລາຄາ, ເພື່ອແນໃສ່ສ້າງເງື່ອນໄຂພັດທະນາແບບຍືນຍົງໃຫ້ແກ່ບັນດາຕົວເມືອງສະຫຼາດ ຢູ່ບັນດາພື້ນຖານເສດຖະກິດສະມາຊິກ. 

ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ ອາວຸໂສ (SOM 3)
      ຕອນເຊົ້າວັນທີ 18 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ ອາວຸໂສ (SOM 3) ໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມສຳມະນາກ່ຽວກັບ “ການແບ່ງປັນພຶດຕິກຳຕົວຈິງທີ່ດີໃນຂົງເຂດມາດຖານ ແລະ ຕີລາຄາຄວາມເໝາະສົມກ່ຽວກັບຕົວເມືອງສະຫຼາດໃນພາກພື້ນ APEC”, ໂດຍອະນຸກຳມະການ  ກ່ຽວກັບມາດຖານ ແລະ ຮ່ວມມື (SCSC) ຈັດຕັ້ງ ດ້ວຍການເຂົ້າຮ່ວມມືຂອງຜູ້ແທນປະມານ 100 ທ່ານທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC. ທີ່ກອງປະຊຸມສຳມະນາ, ຜູ້ແທນທີ່ມາຈາກບັນດາພື້ນຖານເສດຖະກິດ APEC ພ້ອມກັນແບ່ງປັນ, ແລກປ່ຽນ, ປຶກສາຫາລື ບັນດາມາດຕະການປັບປຸງ ແລະ ຊຸກຍູ້ການນຳໃຊ້ບັນດາມາດຖານ ແລະ ກົນໄກຕີລາຄາ, ເພື່ອແນໃສ່ສ້າງເງື່ອນໄຂພັດທະນາແບບຍືນຍົງໃຫ້ແກ່ບັນດາຕົວເມືອງສະຫຼາດ ຢູ່ບັນດາພື້ນຖານເສດຖະກິດສະມາຊິກ. ທ່ານ ຟ້າມເລເກື່ອງ, ຜູ້ອຳນວຍການສູນຢັ້ງຢືນເໝາະສົມຂຶນກັບກົມໃຫຍ່ມາດຕະຖານການວັດແທກຄຸນນະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ຫົວໜ່ວຍຈັດຕັ້ງກອງປະຊຸມສຳມະນາໃຫ້ຮູ້ວ່າ:
        “ສາມາດເຂົ້າໃຈໄດ້ວ່າ, ນະຄອນສະຫຼາດແມ່ນນະຄອນນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ນະຄອນດີຈີຕອນ, ແຕ່ຄວາມຈິງນັ້ນ, ເຂົ້າໃຈຄືແນວນັ້ນແມ່ນບໍ່ທັນຄົບຖ້ວນເທື່ອ. ຖ້າຫາກນະຄອນບໍ່ພັດທະນາແບບຍືນຍົງ ຈະບໍ່ແມ່ນນະຄອນສະຫຼາດໄດ້. ຕົວຢ່າງຄືນະຄອນມີຫຼາຍອາຍແກດ, ສິ່ງເສດເຫຼືອ, ລົດຕິດ ບໍ່ສາມາດເອີ້ນວ່ານະຄອນສະຫຼາດໄດ້ ເຖິງວ່າເຮົາ ເຊື່ອມຕໍ່ຂໍ້ມູນຂ່າວສານຄືແນວໃດ. ບັນດາຂົງເຂດນັ້ນຕ້ອງໄດ້ໝູນໃຊ້ວິທະຍາສາດເຕັກໂນໂລຢີ. ດັ່ງນັ້ນ, ບັນດານະຄອນສະຫຼາດໃນໂລກສ່ວນຫຼາຍລ້ວນແຕ່ແມ່ນບັນດາພື້ນຖານເສດຖະກິດ ແລະ ບັນດາປະເທດ ພັດທະນາ.”
         ກໍ່ໃນວັນທີ 18 ສິງຫາ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ສົມທົບກັບສູນອາກາດອາຊີ - ປາຊີຟິກ ໄດ້ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບການສ້າງລະບົບການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະສິກຳ ຮັບມື -ສຳຜັດລະຫວ່າງຂະແໜງນຳໃຊ້ຂໍ້ມູນຂ່າວສານດ້ານພູມອາກາດເພື່ອຮັບໃຊ້ການຄ້ຳປະກັນດ້ານສະບຽງອາຫານ ແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top