• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດກະກຽມຕ້ອນຮັບປີໃໝ່ 2024 ໃນທົ່ວໂລກ

ສ່ວນຢູ່ ຍີ່ປຸ່ນ, ວັນສຸດທ້າຍຂອງປີ 2023, ປະຊາຊົນກະກຽມພາເຂົ້າໃນຄອບຄົວເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່.

ບັນຍາກາດຟົດຟື້ນມ່ວນຊື່ນກະກຽມຕ້ອນຮັບປີໃໝ່ 2024 ປົກຄຸມໄປທົ່ວທຸກແຫ່ງໃນປະເທດ ອົດສະຕາລີ. ຢູ່ Sydney, ເຊິ່ງເປັນໜຶ່ງໃນບັນດານະຄອນໃຫຍ່ໃນໂລກໄດ້ຕ້ອນຮັບປີໃໝ່ໄວກ່ອນໝູ່ຄືແຕ່ 8 ໂມງເຊົ້າຂອງວັນທີ 31 ທັນວາ, ຫຼາຍຄົນໄດ້ເຕົ້າໂຮມກັນຢູ່ທ່າກ່ຳປັ່ນ Circular ເພື່ອຊອກບ່ອນຊົມການຍິງບັ້ງໄຟດອກໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. 

ສ່ວນຢູ່ ຍີ່ປຸ່ນ, ວັນສຸດທ້າຍຂອງປີ 2023, ປະຊາຊົນກະກຽມພາເຂົ້າໃນຄອບຄົວເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ . ນັບແຕ່ເຊົ້າ, ບັນດາຮ້ານຊັບພະສິນຄ້າຢູ່ນະຄອນຫຼວງ ໂຕກຽວ ຫຼາຍຄົນໄດ້ພາກັນມາຊື້ເຄື່ອງຂອງ, ພິເສດແມ່ນສະບຽງອາຫານ. ປະຊາຊົນ ຍີ່ປຸ່ນ ມັກກິນ Sushi ໃນຄາບເຂົ້າສຸດທ້າຍຂອງປີພ້ອມກັບສະມາຊິກໃນຄອບຄົວ ຫຼື ເປັນຂອງຕ້ອນເມື່ອເຂົ້າຮ່ວມຄາບເຂົ້າຍາມທ້າຍປີ.

ໃນຂະນະນັ້ນ, ບາງນະຄອນໃຫຍ່ ອາເມລິກາ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນຄວາມສະຫງົບປອດໄພ ເພື່ອແນໃສ່ຮັບປະກັນວ່າ ປະຊາຊົນໄດ້ຕ້ອນຮັບປີໃໝ່ 2024 ດ້ວຍຄວາມມ່ວນຊື່ນ. ການກະທຳດັ່ງກ່າວໄດ້ດຳເນີນໃນຂະນະທີ່ກົມສືບສວນສະຫະລັດ (FBI) ແລະ ບາງອົງການສະຫະລັດ ອື່ນຍົກອອກຄຳກ່າວເຕືອນກ່ຽວກັບໄພນາບຂູ່ອາດຈະເກີດຂຶ້ນໃນວັນບຸນ.

ສ່ວນຢູ່ ຝລັ່ງ, ອຳນາດການປົກຄອງກໍ່ຜັນຂະຫຍາຍຕຳຫຼວດກ່ວາ 90.000 ຄົນໃນທົ່ວປະເທດ, ໃນນັ້ນ, ສະເພາະຢູ່ນະຄອນຫຼວງ ປາຣີ ແມ່ນ 50.000 ຄົນ, ເພື່ອຮັບປະກັນຄວາມປອດໄພ ໃນບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ 2024 ໃນສະພາບຄວາມສ່ຽງເກີດໄພກໍ່ການຮ້າຍຖືກກ່າວເຕືອນຢູ່ໃນລະດັບສູງສຸດ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top