• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິວຊີແລນ ເພີ່ມເຕີມຍຸດທະສາດເພື່ອສັນຕິພາບເຂົ້າໃນຈຸດສຸມການຮ່ວມມືກັບ ອາຊຽນ

ວັນທີ 05 ກໍລະກົດ, ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ນິວຊີແລນ (ANZJCC) ຄັ້ງທີ 7 ໄດ້ດຳເນີນຢູ່ສຳນັກງານຄະນະເລຂາ ອາຊຽນ, ຈາກາຕາ, ປະເທດ ອິນໂດເນເຊຍ. 

ທີ່ກອງປະຊຸມ (ພາບ: TTXVN)

ນີ້ແມ່ນກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດ ແນໃສ່ສຳຫລວດກວດກາຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງ ອາຊຽນ - ນິວຊີແລນ. ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດການຮ່ວມມືດ້ານ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ນິວຊີແລນ ຢັ້ງຢືນວ່າ ຖືເປັນສຳຄັນການພົວພັນກັບ ອາຊຽນ ແລະ ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນ ໂດຍ ອາຊຽນ ນຳພາ. ຕາມນັ້ນແລ້ວ, ນິວຊີແລນ ປະກາດເພີ່ມເຕີມຍຸດທະສາດເພື່ອສັນຕິພາບຕື່ມອີກນັ້ນ ແມ່ນຍຸດທະສາດຈຸດສຸມໃນການຮ່ວມມືກັບ ອາຊຽນ ພ້ອມກັບ 2 ຍຸດທະສາດກ່ຽວກັບປະຊາຊົນ ແລະ ເພື່ອຄວາມວັດທະນາຖາວອນ. ນິວຊີແລນ ຈະສືບຕໍ່ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ ແລະ ປະຕິບັດວິໄສທັດ ອາຊຽນ 2025, ຮັດແຄບຊ່ອງຫວ່າງການພັດທະນາ, ການເຊື່ອມຕໍ່, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ກໍ່ຄືຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ໃນ​ຂອບ​ເຂດ AMNC 2026, ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ 7 ​ວາ​ລະ​ປະ​ຊຸມ ແລະ ກິດ​ຈະ​ກຳທາງ​ການ​ຂອງກອງ​ປະ​ຊຸມ, ໂດຍສຸມ​ໃສ່​​ບັນ​ດາ​ຫົວ​ຂໍ້​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກໍ່​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຕໍ່​ການ​ເຕີບ​ໂຕ​ທົ່ວ​ໂລກ.

Top