ຂ່າວສານ

ນິວຊີແລນ ເພີ່ມເຕີມຍຸດທະສາດເພື່ອສັນຕິພາບເຂົ້າໃນຈຸດສຸມການຮ່ວມມືກັບ ອາຊຽນ

ວັນທີ 05 ກໍລະກົດ, ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ນິວຊີແລນ (ANZJCC) ຄັ້ງທີ 7 ໄດ້ດຳເນີນຢູ່ສຳນັກງານຄະນະເລຂາ ອາຊຽນ, ຈາກາຕາ, ປະເທດ ອິນໂດເນເຊຍ. 

ທີ່ກອງປະຊຸມ (ພາບ: TTXVN)

ນີ້ແມ່ນກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດ ແນໃສ່ສຳຫລວດກວດກາຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງ ອາຊຽນ - ນິວຊີແລນ. ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດການຮ່ວມມືດ້ານ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ນິວຊີແລນ ຢັ້ງຢືນວ່າ ຖືເປັນສຳຄັນການພົວພັນກັບ ອາຊຽນ ແລະ ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນ ໂດຍ ອາຊຽນ ນຳພາ. ຕາມນັ້ນແລ້ວ, ນິວຊີແລນ ປະກາດເພີ່ມເຕີມຍຸດທະສາດເພື່ອສັນຕິພາບຕື່ມອີກນັ້ນ ແມ່ນຍຸດທະສາດຈຸດສຸມໃນການຮ່ວມມືກັບ ອາຊຽນ ພ້ອມກັບ 2 ຍຸດທະສາດກ່ຽວກັບປະຊາຊົນ ແລະ ເພື່ອຄວາມວັດທະນາຖາວອນ. ນິວຊີແລນ ຈະສືບຕໍ່ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ ແລະ ປະຕິບັດວິໄສທັດ ອາຊຽນ 2025, ຮັດແຄບຊ່ອງຫວ່າງການພັດທະນາ, ການເຊື່ອມຕໍ່, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ, ກໍ່ຄືຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

top