• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ສົ່ງ​ອັດ​ຖິ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ພາກ​ເໜືອ​ລາວ ກັບ​ເມືອ​ ຫວຽດ​ນາມ

ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດານັກຮົບວິລະຊົນໄດ້ເສຍສະຫຼະຊີວິດເພື່ອ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດລາວ.
ຄະນະຜູ້ແທນ ຫວຽດນາມ ແລະ ລາວ ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດ ກັບເມືອ ຫວຽດນາມ (ພາບ: VOV)

ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ແຂວງອຸດົມໄຊ, ໄດ້ດຳເນີນພິທີມອບຮັບ, ໄວ້ອາໄລ ແລະ ນຳສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 12 ຊຸດ ທີ່ເສຍສະຫຼະຊີວິດ ຢູ່ 6 ແຂວງພາກເໜືອລາວ. ກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດານັກຮົບວິລະຊົນໄດ້ເສຍສະຫຼະຊີວິດເພື່ອ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດລາວ. ທ່ານໃຫ້ຮູ້ວ່າ:

ພະນັກງານ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານ, ອຸທິດສ່ວນເລືອດເນື້ອຂອງຕົນໃຫ້ແກ່ພາລະກິດປະຕິວັດສາກົນອັນສູງສົ່ງ. ບັນດານັກຮົບວິລະຊົນໄດ້ຮຽງບ່າຮຽງໄຫຼ່ພ້ອມກັບທະຫານ ແລະ ປະຊາຊົນລາວ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດ.

 

(ແຫຼ່ງຄັດຈາກ VOV)

ທ່ານ ເຈິ່ນ ແທງເໝີ້ນ: ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ

Top