• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ລະ​ບອ​ບ​ລະ​ບຽບ​ການ​ກາຍ​ເປັນ​ທ່າ​ໄດ້​ປ່ຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ

ມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນເອກະສານທີ່ມີຄວາມໝາຍຍຸດທະສາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: bocongan.gov.vn)

ລັດຖະບານໄດ້ກຳນົດຕ້ອງບູລະນະລະບອບລະບຽບການຢ່າງຮີບດ່ວນ ແລະ ຂ້ຽວຂາດ, ລົບລ້າງທຸກແນວຄິດ, ຄວາມສຳນຶກ, ຮົ້ວກີດຂວາງພວມສະກັດກັ້ນການພັດທະນາ; ນຳລະບອບລະບຽບການກາຍເປັນທ່າໄດ້ປຽບການແກ້ງແຍ້ງໃນການພັດທະນາວິທະຍາຊາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມທົ່ວປະເທດກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 13 ມັງກອນ ຢູ່ຫໍສະພາແຫ່ງຊາດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນເອກະສານທີ່ມີຄວາມໝາຍຍຸດທະສາດ, ສ້າງຂີດໝາຍແຫ່ງການຫັນປ່ຽນທີ່ສຳຄັນຂອງປະເທດຊາດໃນຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.

ບັນດາໜ້າທີ່ຈຸດສຸມຄື: ບູລະນະລະບອບລະບຽບການ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງພື້ນຖານໂຄງລ່າງດີຈີຕອນທີ່ທັນສະໄໝ, ຊຸກຍູ້ການຄົ້ນຄ້ວາວິທະຍາສາດ, ໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າ ແລະ ຍູ້ແຮງນະວັດຕະກຳ, ຫັນເປັນດີຈີຕອນໄດ້ຍົກອອກມາໃນໂຄງການກະທຳດ້ວຍຂະບວນການລະອຽດ ແລະ ມີຄວາມຮັບຜິດຊອບຢ່າງຈະແຈ້ງ. ລັດຖະບານພ້ອມກັນບັນດາອົງການ, ທ້ອງຖິ່ນ ໃນລະບົບການເມືອງຕ້ອງສຸມໃສ່ເຂົ້າໃນການສ້າງລະບອບລະບຽບການຢ່າງລຸລ່ວງ, ສຸມໃສ່ພັດທະນາພື້ນຖານໂຄງລ່າງລຸລ່ວງ,  ມະນຸດ, ແຫຼ່ງຊັບພະຍາກອນມະນຸດຕ້ອງອັດສະລິຍະ.

(ແຫຼ່ງຄັດຈາກ VOV

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top