• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ກົດ​ໝາຍ ແລະ ຕຸ​ລາ​ການ ກັບ​ອົດ​ສະ​ຕາ​ລີ ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ແທ້​ຈິງ

ສອງຝ່າຍໄດ້ເນັ້ນໜັກວ່າ ການລົງນາມ ໃນໜັງສືສະແດງເຈດຈຳນົງ ຮ່ວມມືໃໝ່ກົງກັບໂອກາດລັດຖະບານ ສອງປະເທດ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາລວມໃນການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ.
ທ່ານ ເຈິ່ນຕຽນຢຸງ ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ແລະ ທ່ານນາງ Tara Inverarity ຮອງລັດຖະມົນຕີກະຊວງຍຸຕິທຳ ອົດສະຕາລີ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາຊຽນ - ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເຈິ່ນຕຽນຢຸງ ໄດ້ເຂົ້າຮ່ວມພິທີມອບບັນດາເອກະສານຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີ ໜັງສືສະແດງເຈດຈຳນົງ ຮ່ວມມືລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳ ອົດສະຕາລີ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເນັ້ນໜັກວ່າ ການລົງນາມ ໃນໜັງສືສະແດງເຈດຈຳນົງ ຮ່ວມມືໃໝ່ກົງກັບໂອກາດລັດຖະບານ ສອງປະເທດ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາລວມໃນການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ. ດັ່ງນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃຫ້ບຸລິມະສິດປະຕິບັດບັນດາເນື້ອໃນທີ່ ໄດ້ເຫັນດີໃນ ໜັງສືສະແດງເຈດຈຳນົງໃໝ່ ຮ່ວມມື ຢ່າງແທ້ດຈິງ ແລະ ມີປະສິດທິຜົນ (ກ່ຽວກັບເນື້ອໃນ: ນະໂຍບາຍກ່ຽວກັບອາດຊະຍາກຳທີ່ມີການຈັດຕັ້ງ ແລະ ອາດຊະຍາກຳຂ້າມຊາດ, ສຸມໃສ່ ອາດຊະຍາກຳຟອກເງິນ ແລະ ໜູນຊ່ວຍການກໍ່ການຮ້າຍ, ອາດຊະຍາກຳສໍ້ລາດບັງຫຼວງ, ຢາເສບຕິດ, ການຄ້າມະນຸດ.)

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top