• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການໂຄສະນາເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ

      ກອງປະຊຸມໄດ້ຖ່າຍທອດສົດຈາກສະຖານທີ່ຖ່າຍທອດສົດສູນກາງ ທີ່ຫໍສະພາແຫ່ງຊາດ ຢູ່ນະຄອນຫຼວງຮ່າໂນ້ຍ ໄປຍັງສະຖານທີ່ຖ່າຍທົດສົດຂອງ 67 ຈຸດ ຢູ່ບັນດາຄະນະພັກແຂວງ, ຄະນະພັກນະຄອນ, ຄະນະພັກຂຶ້ນກັບສູນກາງ ແລະ ເປີດກ້ວາງໄປຍັງສະຖານທີ່ຖ່າຍທອດສົດຂັ້ນຮາກຖານ ກ່ວາ 7.400 ແຫ່ງ.
ກອງປະຊຸມທາງອອນລາຍທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ ສິ້ນສຸດລົງຢ່າງຈົບງາມພາຍຫຼັງ ເຮັດວຽກເປັນເວລາ 2 ວັນເຮັດວຽກ
      ຕອນບ່າຍວັນທີ 28 ມີນາ, ກອງປະຊຸມທາງອອນລາຍທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ ສິ້ນສຸດລົງຢ່າງຈົບງາມພາຍຫຼັງ ເຮັດວຽກເປັນເວລາ 2 ວັນເຮັດວຽກ. ກອງປະຊຸມໄດ້ຖ່າຍທອດສົດຈາກສະຖານທີ່ຖ່າຍທອດສົດສູນກາງ ທີ່ຫໍສະພາແຫ່ງຊາດ ຢູ່ນະຄອນຫຼວງຮ່າໂນ້ຍ ໄປຍັງສະຖານທີ່ຖ່າຍທົດສົດຂອງ 67 ຈຸດ ຢູ່ບັນດາຄະນະພັກແຂວງ, ຄະນະພັກນະຄອນ, ຄະນະພັກຂຶ້ນກັບສູນກາງ ແລະ ເປີດກ້ວາງໄປຍັງສະຖານທີ່ຖ່າຍທອດສົດຂັ້ນຮາກຖານ ກ່ວາ 7.400 ແຫ່ງ. ມີສະມາຊິກພັກ ປະມານ 1 ລ້ານຄົນໃນທົ່ວປະເທດໄດ້ເຊືຶ່ອມຊຶມ, ຮ່ຳຮຽນມະຕິ. ທ່ານ ຫງວຽນຈ້ອງເງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ມີການປ່ຽນແປ່ງໃໝ່ຫຼາຍຢ່າງ, ພິເສດແມ່ນການນຳວິທະຍາສາດເຕັກໂນໂລຢີເຂົ້າການສຶກສາ ແລະ ໂຄສະນາເຜີຍແຜ່. ທ່ານໃຫ້ຮູ້ວ່າ:
        ພິເສດແມ່ນພວກເຮົາ ກວດກາໄດ້ລະບົບເຕັກໂນໂລຢີຂອງພວກເຮົາແຕ່ສູນກາງລົງຮອດຮາກຖານ. ນີ້ແມ່ນບັນດາບົດຮຽນປະສົບການອັນລ້ຳຄ່າເພື່ອໃຫ້ພວກເຮົາຈະສືບຕໍ່ສະຫຼຸບ ຜັນຂະຫຍາຍໃນວຽກງານສຶກສາຖະແຫຼງຂ່າວການໂຄສະນາເຜີຍແຜ່ໃນໄລຍະຈະມາເຖິງກໍ່ຄືເປັນການກຳນົດທິດຖະແຫຼງຂ່າວຢ່າງທັນການ ໂດຍສະມາຊິກພັກຂອງ ພວກເຮົາ ໃນທຸກໆສະພາບການ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top