• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ

      ພາຍຫຼັງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມໄດ້ຮັບຜົນສຳເລັດ, ມີຄູອາຈານຫຼາຍຄົນຢູ່ມະຫາວິທະຍາໄລສືບຕໍ່ເອົາໃຈໃສ່ຕໍ່ເລື່ອງພັກກອມມູນິດ ຫວຽດນາມ ກຳນົດທິດການປ່ຽນແປງໃໝ່ການສຶກສາ.
ນັກສຶກສາ ມະຫາວິທະຍາໄລ ຕົນດຶກທັ໊ງ  (ພາບ: TTXVN)
      ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດ ຫວຽດນາມ ໄດ້ມີບັນດາແຜນນະໂຍບາຍ, ນະໂຍບາຍທີ່ມີປະສິດທິຜົນໃນຂົງເຂດການສຶກສາ ຄືແຜນນະໂຍບາຍຫັນວຽກງານການສຶກສາເປັນຂອງສັງຄົມ,  ບັນດາຂໍ້ກຳນົດກ່ຽວກັບຄວາມເປັນເຈົ້າຂອງມະຫາວິທະຍາໄລ… ຈາກນັ້ນ, ມີມະຫາວິທະຍາໄລຫຼາຍແຫ່ງ ເສີມຂະຫຍາຍໄດ້ກຳລັງຄວາມສາມາດຂອງຕົນ, ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບການສຶກສາ, ຄ່ອຍໆທ່ວງທັນກັບບັນດາປະເທດທີ່ກ້າວໜ້າ.
        ພາຍຫຼັງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມໄດ້ຮັບຜົນສຳເລັດ, ມີຄູອາຈານຫຼາຍຄົນຢູ່ມະຫາວິທະຍາໄລສືບຕໍ່ເອົາໃຈໃສ່ຕໍ່ເລື່ອງພັກກອມມູນິດ ຫວຽດນາມ ກຳນົດທິດການປ່ຽນແປງໃໝ່ການສຶກສາ. ທ່ານ ປ.ອ ຟຸ່ງກວ້ານ, ອາຈານສັງກັດມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນໃຫ້ຮູ້ວ່າ:
        ບັນຫາທີ່ຂ້າພະເຈົ້າສົນໃຈທີ່ສຸດນັ້ນແມ່ນການກຳນົດທິດ ສ້າງສາ ແລະ ພັດທະນາປະເທດຊາດໃນຍຸກສະໄໝໃໝ່, ບັນຫາປ່ຽນແປງໃໝ່ການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ປະເທດຊາດ. ໃນການສຶກສາ, ການປະກາດໃຊ້ບັນດານະໂຍບາຍໃໝ່ກ່ຽວກັບການສຶກສາໃນໄລຍະຈະມາເຖິງຈະສ້າງກຳລັງໜູນໃຫ້ແກ່ຂະແໜງການສຶກສາ ພັດທະນາ, ສ້າງກຳລັງໜູນໃຫ້ແກ່ຖັນແຖວຄູອາຈານສືບຕໍ່ອຸທິດຕົວ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top