• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນ ຫວຽດນາມ - ຈີນ ພັດທະນາປອດໄສ, ຍືນຍົງ, ຍາວນານຢ່າງບໍ່ຢຸດຢັ້ງ

ພັກ, ລັດ ຫວຽດນາມ ຍາມໃດກໍ່ ຖືການພົວພັນມິດຕະພາບ, ຮ່ວມມືກັບ ຈີນ ຢ່າງສະເໝີຕົ້ນສະເໝີປາຍ
  ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ວາງອີ (ພາບ: TTXVN)  

ວັນທີ 04 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7, ດຳເນີນຢູ່ ມຽນມາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ. ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ ຖືການພົວພັນມິດຕະພາບ, ຮ່ວມມືກັບ ຈີນ ຢ່າງສະເໝີຕົ້ນສະເໝີປາຍ, ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດໃຫ້ພັດທະນາຢ່າງປອດໄສ, ໝັ້ນຄົງ, ຍາວນານ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບສູງ, ການຮ່ວມມືນັບມື້ນັບບັນລຸປະສິດທິຜົນ, ແທດຈິງ.

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ຢືນຢັນຄວາມສະເໝີຕົ້ນສະເໝີປາຍເປີດປະຕູຕະຫຼາດນຳເຂົ້າສິນຄ້າທີ່ມີຄຸນນະພາບສູງຈາກບັນດາປະເທດໃນພາກພື້ນ, ໂດຍສະເພາະແມ່ນບັນດາປະເທດ ອາຂຽນ; ຖືເປັນສຳຄັນບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ, ປາດຖະໜາຢາກສົມທົບກັບ ຫວຽດນາມ ໃນບັນຫາຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການລົງທຶນ, ຮັບປະກັນຄວາມເປັນປົກກະຕິໃນລະບົບສະໜອງທົ່ວໂລກ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງ, ເຄົາລົບຜົນປະໂຫຍດຢ່າງຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີກົດບັດສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ສູ້ຊົນບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ; ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top