• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາແບບຍືນຍົງ

 ວັນທີ 25 ມັງກອນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ  ໄດ້ແລກປ່ຽນສານອວຍພອນປີໃຫມ່ ເນື່ອງໃນໂອກາດສອງປະເທດ ຫວຽດນາມ ແລະ ຈີນ ກະກຽມຕ້ອນຮັບບຸນປີໃຫມ່ປະຈຳຊາດ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ . ພາບ:TTXVN

ໃນສານອວຍພອນ, ການນຳສູງສຸດຂອງສອງພັກ ເຫັນດີ ຮັກສາການແລກປ່ຽນເປັນປະຈຳ, ກຳນົດທິດການພົວພັນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງຈົບງາມຕາມເນື້ອໃນຈິດໃຈ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດດີ, ສະຫາຍດີ ແລະຄູ່ຮ່ວມມືດີ, ສະເຫນີບັນດາກະຊວງ ຂະແຫນງການ ແລະ ທ້ອງຖິ່ນຂອງສອງປະເທດ ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນໃຫ້ມີປະສິດທິຜົນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນດ້ວຍຫລາຍຮູບການອັນອຸດົມສົມບູນ, ຮ່ວມມືຢ່າງແຫນ້ນແຟ້ນໃນການປ້ອງກັນຕ້ານໂລກລະບາດ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນບົນພື້ນຖານການເຈລະຈາໂດຍສັນຕິ, ເໝາະສົມກັບກົດໝາຍສາກົນ ປະກອບສ່ວນນຳການພົວພັນບ້ານໃກ້ເຮືອນຄຽງມີດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາຢ່າງປອດໃສ, ໝັ້ນຄົງເຂັ້ມແຂງ, ຕອບສະຫນອງຜົນປະໂຫຍດພື້ນຖານ, ຍາວນານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງພາກພື້ນ ແລະໃນໂລກ. ການນຳທັງສອງທ່ານ ອວຍພອນໃຫ້ພັກ, ລັດ ແລະປະຊາຊົນສອງປະເທດ ຫວຽດນາມ  - ຈີນ ຕ້ອນຮັບບຸນປີໃຫມ່ປະຈຳຊາດ ປີຂານ ດ້ວຍຄວາມປອດໄພ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top