• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເສດ​ຖາ ທະ​ວີ​ສິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົວ​ແປງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ

ທ່ານ ເສດຖາ ທະວີສິນ ໄດ້ສ້າງຄວາມສົນໃຈເມື່ອແນະນຳນະໂຍບາຍໜູນຊ່ວຍພົນລະເມືອງ ໄທທຸກຄົນ ທີ່ມີອາຍຸແຕ່ 16 ປີຂຶ້ນໄປ ຈຳນວນເງິນ 10.000 ບາດ ຜ່ານກະເປົາເອເລັກໂຕນິກ.
ທ່ານນາຍົກລັດຖະມົນຕີຄົນໃໝ່ ໄທ ເສດຖາ ທະວີສິນ (ພາບ: Reuters)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສຳນັກງານຂອງ ພັກເພື່ອໄທ ຢູ່ ບາງກອກ ໃນຕອນບ່າຍວັນທີ 22 ສິງຫາ, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ໄທ ທີ່ຫາກໍໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ໄທ ໄດ້ໃຫ້ຄຳໝັ້ນສັນຍາຈະຍົກອອກມາດຕະການຊ່ວຍປົວແປງການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ທ່ານ ເສດຖາ ທະວີສິນ ໃຫ້ຮູ້ວ່າ ຈະຈັດຕັ້ງກອງປະຊຸມຖະແຫຼງຂ່າວ ພາຍຫຼັງ ກະສັດ ໄທ ໃຫ້ສັດຕະຍາບັນຕົກລົງແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຢ່າງເປັນທາງການ.   

ກ່ອນໜ້ານັ້ນ, ໃນໄລຍະຂົນຂວາຍການຫາສຽງເລືອກຕັ້ງ, ທ່ານ ເສດຖາ ທະວີສິນ ໄດ້ສ້າງຄວາມສົນໃຈເມື່ອແນະນຳນະໂຍບາຍໜູນຊ່ວຍພົນລະເມືອງ ໄທທຸກຄົນ ທີ່ມີອາຍຸແຕ່ 16 ປີຂຶ້ນໄປ ຈຳນວນເງິນ 10.000 ບາດ ຜ່ານກະເປົາເອເລັກໂຕນິກ. ດ້ວຍການສະເໜີດັ່ງກ່າວ, ທ່ານ ເສດຖາ ທະວີສິນ ສາມາດນຳປະເທດ ໄທ ກາຍເປັນໜຶ່ງໃນບັນດາປະເທດທຳອິດທີ່ປະກາດໃຊ້ກະເປົ່າເອເລັກໂຕນິກໃຫ້ພົນລະເມືອງທຸກຄົນທີ່ມີອາຍຸແຕ່ 16 ປີ ຂຶ້ນໄປ ຜ່ານໂທລະສັບມືຖືສະມາດໂພນ. ທ່ານຕີລາຄາວ່າ ນີ້ແມ່ນນະໂຍບາຍສຳຄັນທີ່ສຸດ, ສາມາດກະຕຸ້ນການໃຊ້ຈ່າຍຂອງປະຊາຊົນ, ຈາກນັ້ນສ້າງບາດກ້າວກະໂດດຂັ້ນໃນການເຕີບໂຕ GDP ຂອງ ໄທ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top